ຕິດຕັ້ງໄຟຟ້າຊັກຊ້າຈະຖືກດໍາເນີນວິໄນ

ໃນຕໍ່ໜ້ານີ້, ຖ້າພົບເຫັນບໍລິສັດໃດທີ່ດໍາເນີນການບໍລິການຕິດຕັ້ງໄຟຟ້າຊັກຊ້າກວ່າລະບຽບການກໍານົດແລະບໍ່ໄດ້ມາດຕະຖານແມ່ນຈະຖືກດໍາເນີນມາດຕະການກ່າວເຕືອນແລະປະຕິບັດວິໄນອາດເຖິງຂັ້ນໃຫ້ຍົກເລີກໃບອະນຸຍາດດໍາເນີນກິດຈະການຂອງບໍລິສັດດັ່ງກ່າວ.

ນີ້ແມ່ນຄໍາຢືນຢັນຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຢູ່ກອງປະຊຸມຜັນຂະຫຍາຍຄໍາສັ່ງເລກທີ 02/ນຍວ່າດ້ວຍການປັບປຸງລະບຽບການແລະກົນໄກປະສານງານໃນການດໍາເນີນທຸລະກິດຢູ່ສປປລາວ, ໂດຍທ່ານກ່າວວ່າ: ໃນຕໍ່ໜ້ານີ້, ກະຊວງພະລັງງານແລະບໍ່ແຮ່ຈະໄດ້ມີມາດຕະການເຂັ້ມງວດກວດການັບແຕ່ກົງຈັກການຈັດຕັ້ງ, ບຸກຄະລາກອນ, ອຸປະກອນເຄື່ອງມືດ້ານໄຟຟ້ານັບທັງຂອງລັດວິສາຫະກິດແລະບໍລິສັດເອກະຊົນເພື່ອໃຫ້ປະຕິບັດຂັ້ນຕອນການບໍລິການຕິດຕັ້ງໄຟຟ້າ, ສ້າງຕາຂ່າຍໄຟຟ້າແລະຕິດຕັ້ງໝໍ້ແປງໄຟຟ້າໃນລະດັບແຮງດັນ 22/0,4 ກິໂລໂວນຈາກ 6 ໃຫ້ເຫລືອ 3 ຂັ້ນຕອນຄື: (1) ກໍລະນີການສະເໜີຕິດຕັ້ງໝໍ້ນັບໄຟໂດຍບໍ່ມີການກໍ່ສ້າງຕາຂ່າຍແມ່ນບໍ່ໃຫ້ເກີນ 7 ວັນລັດຖະການ. (2) ກໍລະນີສະເໜີຕິດຕັ້ງໝໍ້ນັບໄຟທີ່ມີການຕິດຕັ້ງໝໍ້ແປງແມ່ນບໍ່ເກີນ 15 ວັນລັດຖະການແລະ (3) ກໍລະນີການສະເໜີຕິດຕັ້ງໝໍ້ນັບໄຟທີ່ມີການກໍ່ສ້າງຕາຂ່າຍແຮງກາງ 22 ກິໂລໂວນລວງຍາວບໍ່ເກີນ 2 ກິໂລແມັດ, ຕິດຕັ້ງໝໍ້ແປງແລະກໍ່ສ້າງຕາຂ່າຍແຮງຕໍ່າ 0,4 ກິໂລໂວນລວງຍາວບໍ່ເກີນ 500 ແມັດແມ່ນໃຊ້ເວລາບໍ່ເກີນ 35 ວັນລັດຖະການ.

ທ່ານລັດຖະມົນຕີໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການໄຟຟ້າໄດ້ເອົາໃຈໃສ່ປັບປຸງສູນບໍລິການໃຫ້ທັນສະໄໝເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນເປັນຕົ້ນ: ການຂໍຊົມໃຊ້ໄຟຟ້າໃໝ່, ການສອບຖາມປະຫວັດການຊົມໃຊ້ໄຟຟ້າ, ການແຈ້ງໄຟຕົກ-ໄຟມອດແລະອື່ນໆໂດຍຜ່ານສາຍດ່ວນ 1199 ແລະແອບພລີແຄຊັນໃນມືຖື, ພັດທະນາໝໍ້ນັບໄຟແບບທັນສະໄໝແລະປະຊາຊົນສາມາດດາວໂຫລດເອົາແບບຟອມຂໍຊົມໃຊ້ໄຟຟ້າໃນເວບໄຊຂອງໄຟຟ້າລາວໄດ້ໂດຍບໍ່ຕ້ອງເຂົ້າມາສູນບໍລິການ, ທັງໝົດນີ້, ກໍເພື່ອແນໃສ່ການສະໜອງໄຟຟ້າໃຫ້ມີສະຖຽນລະພາບແລະກວ້າງຂວາງແລະສ້າງຄວາມໂປ່ງໃສໃນການຊົມໃຊ້ໄຟຟ້າຂອງປະຊາຊົນນັບມື້ດີຂຶ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ