ຜ້າອັດປາກທຳມະດາສາມາດປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໄດ້

ຫລາຍຄົນສົງໄສວ່າການໃສ່ຜ້າອັດປາກແບບທຳມະດາທີ່ມີຂາຍຕາມທ້ອງຕະຫລາດທົ່ວໄປຈະສາມາດປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus-nCOV) ໄດ້ຫລືບໍ່? ແລະ ຕ້ອງໃສ່ແບບໃດຈຶ່ງຈະຖືກວິທີ ແລະ ສາມາດປ້ອງກັນໄດ້. ສະນັ້ນ, ການທີ່ເຮົາໃສ່ຜ້າອັດປາກແບບທຳມະດາແມ່ນສາມາດປ້ອງກັນພະຍາດດັ່ງກ່າວໄດ້ ແຕ່ບໍ່ສາມາດກັນໄດ້ 100% ກ່ອນຈະໃສ່ຜ້າອັດປາກຄວນລ້າງມືກ່ອນທຸກຄັ້ງ, ຈາກນັ້ນດຶງຜ້າອັດປາກມາໃສ່ ໂດຍເອົາເນື້ອຜ້າທີ່ເປັນສີອອກນອກ, ເອົາສີຂາວເຂົ້າໃນ, ໃຫ້ໂຄງເຫລັກຢູ່ດ້ານເທິງ, ເວລາຖອດຜ້າອັດປາກອອກຄວນດຶງສາຍມັນອອກແລ້ວຖິ້ມທັນທີ ເພື່ອປ້ອງກັນພະຍາດດັ່ງກ່າວໄດ້ດີຂຶ້ນ, ພ້ອມນີ້ເຮົາຄວນປ້ອງກັນຕົນເອງໄວ້ໂດຍລ້າງມືໃສ່ສະບູ ຫລື ນ້ຳຢາຂ້າເຊື້ອ, ໃສ່ຜ້າອັດປາກເວລາອອກໄປຂ້າງນອກ ຫລື ຢູ່ບ່ອນຊຸ່ມຊົນແອອັດທຸກໆຄັ້ງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ