AGL ເປີດຫ້ອງບໍລິການປະຕູດຽວ

ໃນວັນທີ 27 ມັງກອນນີ້, ບໍລິສັດ ອາລີອັນສ໌ ປະກັນໄພລາວ (AGL) ໄດ້ເປີດຫ້ອງບໍລິການປະຕູດຽວດ້ານປະກັນໄພ ນັບແຕ່ການຊື້ປະກັນໄພ, ຈ່າຍສິນທົດແທນປະກັນໄພລົດ, ສຸຂະພາບ ແລະ ປະກັນໄພຊັບສິນໄວ້ຢູ່ຈຸດດຽວ, ໂດຍນຳໃຊ້ລະບົບເຕັກໂນໂລຊີທັນສະໄໝ (ດີຈີຕອນ) ເຂົ້າຊ່ວຍໃນຂະບວນການກວດກາເອກະສານ ຕ່າງໆຂອງລູກຄ້າເພື່ອໃຫ້ໄລຍະເວລາສັ້ນເຂົ້າ ແລະ ລູກຄ້າ ສາມາດຮັບເງິນສິນຄ່າທົດແທນທີ່ມີມູນຄ່າບໍ່ສູງໄດ້ພາຍໃນ 3-5 ວັນເທົ່ານັ້ນ ຖ້າເອກະສານຄົບຖ້ວນ, ເຊິ່ງຫ້ອງການດັ່ງກ່າວແມ່ນຕັ້ງຢູ່ຊັ້ນລຸ່ມຂອງອາຄານ ເອເອັນແຊດ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ໃນໂອກາດນີ້, AGL ໄດ້ແນະນຳບໍລິການໃໝ່ຄື: ປະກັນຊີວິດອຸ່ນໃຈຫາຍຫ່ວງ (AGL Life Protection surance) ທີ່ມີລາຄາເໝາະສົມ, ແຕ່ສາມາດຄຸ້ມຄອງກໍລະນີເສຍຊີວິດ ຫລື ພິການຖາວອນຈາກພະຍາດ 100% ແລະ ຈາກອຸປະຕິເຫດ 200% ຂອງວົງເງິນຄຸ້ມຄອງ. ນອກນີ້ ຜູ້ປະກັນໄພ ແລະ ຄອບຄົວ ຍັງໄດ້ຮັບອຸດໜູນຈາກປະກັນໄພແບບລາຍປີຕື່ມອີກຈຳນວນ 10-20% ຂອງວົງເງິນປະກັນທຸກປີໂດຍບໍ່ໄດ້ເສຍຄ່າທຳນຽມໃດໆ. ເຂົ້າຮ່ວມພິທີເປີດຫ້ອງບໍລິການດັ່ງກ່າວ, ມີທ່ານ ກີ ອາໂປວີ ອໍານວຍການບໍລິສັດ ອາລີອັນສ໌ ປະກັນໄພລາວ, ມີຜູ້ຕາງໜ້າຈາກກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

