ອາກາດຍັງສືບຕໍ່ໜາວເຢັນທົ່ວທຸກພາກຂອງລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະວັນທີ 27-31 ມັງກອນນີ້ ມວນອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງຢູ່ແຕ່ລະພາກ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ໂດຍສະເພາະຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູ ດອຍ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ, ຈາກນັ້ນໃນໄລຍະວັນທີ 1-2 ກຸມພາ 2020 ຄວາມກົດດັນສູງຂອງອາກາດເຢັນຈະອ່ອນກຳລັງລົງເລັກໜ້ອຍປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນຢູ່ໃນແຕ່ລະພາກ, ແຕ່ຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.
ສຳລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ອາກາດຍັງຈະໜາວເຢັນຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ.ຫົວພັນ ແລະ ຊຽງຂວາງ, ຈາກນັ້ນວັນທີ 2-3 ກຸມພາ 2020 ອາກາດຍັງຈະໜາວເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຍັງຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕໍ່າສຸດ 8-10 ອົງສາ ແລະ ສູງສຸດ 20-22 ອົງສາ; ພາກເໜືອດ້ານຕາເວັນອອກ ອາກາດຍັງຈະໜາວເຢັນຫລາຍຢູ່ແຂວງອຸດົມໄຊ, ບໍ່ແກ້ວ ແລະ ຫລວງນ້ຳທາ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 4-29 ອົງສາ. ສະເພາະແຂວງຫລວງພະບາງ ແລະ ໄຊຍະບູລີ ອາກາດໜາວເຢັນໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-32 ອົງສາ; ພາກກາງ ອາກາດຈະໜາວເຢັນລົງໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ. ສ່ວນໃນຕອນບ່າຍອາກາດຈະຮ້ອນຂຶ້ນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 31-32 ອົງສາ. ຈາກນັ້ນວັນທີ 2-3 ກຸມພາ 2020 ອາກາດຍັງເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນ; ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ອາກາດຈະເຢັນຫາໜາວເຢັນຫລາຍ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 2-3 ກຸມພາ ອາກາດຍັງຈະສືບຕໍ່ເຢັນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມຕໍ່າສຸດ 6-8 ອົງສາ ແລະ ສູງສຸດ 23-26 ອົງສາ; ພາກໃຕ້ ອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 31 ມັງກອນຫາ 2 ກຸມພາ ອາກາດຍັງຈະເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ. ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 32-34 ອົງສາ; ສະເພາະເຂດພູພຽງບໍລະເວນ ອາກາດຍັງຈະໜາວເຢັນຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 7-9 ອົງສາ ແລະ ສູງສຸດ 24-26 ອົງສາ; ນະຄອນຫລວງວຽງຈັນ ອາກາດຍັງຈະເຢັນຫາໜາວເຢັນລົງຕື່ມອີກເລັກໜ້ອຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 30 ມັງກອນຫາ 2 ກຸມພາ ອາກາດຍັງຈະສືບຕໍ່ເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນຂຶ້ນ. ອຸນຫະພູມຕໍ່າສຸດ 19-21 ອົງສາ ແລະ ສູງສຸດ 31-33 ອົງສາ.

