ທະນາຄານ ເອັສທີ ມອບລົດໃຫ້ໜ່ວຍກູ້ໄພ

ໃນວັນທີ 20 ມັງກອນນີ້ ທະນາຄານ ເອັສທີ ຈໍາກັດ ໄດ້ຈັດພິທີມອບ -ຮັບ ລົດສຸກເສີນ-ກູ້ໄພ ແລະ ເງິນສະໜັບສະໜູນໃຫ້ແກ່ 5 ໜ່ວຍກູ້ໄພທີ່ປະຕິບັດໜ້າທີ່ຊ່ວຍເຫຼືອກູ້ໄພຢູ່ນະຄອນຫຼວງວຽງຈັນໂດຍສະເພາະຢູ່ 5 ຕົວເມືອງທີ່ເປັນເຂດຊຸມຊົນອາໄສເພື່ອເປັນຂອງຂັວນເນື່ອງໃນໂອກາດວັນສ້າງຕັ້ງທະນາຄານ ເອັສທີ ຈໍາກັດ ຄົບຮອບ 10 ປີ (2009-2019) ແລະວັນສ້ງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ (20/01/ 1949-20/01-2020) ໂດຍການມອບໂດຍທ່ານໄຊຍາ ໄຊສຸລິວົງ ແລະໄຊຊະນະ ໄຊສຸລິວົງ ຮອງປະທານ ບໍລິສັດ ເອັສທີກຼຸບ.
ທ່ານຮອງປະທານບໍລິສັດ ເອັສທີກຼຸບທັງ 2 ໄດ້ຕາງໜ້າໃຫ້ການນຳ ແລະພະນັກງານ ທະນາຄານ ເອັສທີ ຈໍາກັດ ມອບລົດດັ່ງກ່າວໃຫ້ຜູ້ຕາງໜ້າມູນນິທິຊ່ວຍເຫລືອຄົນທຸກຍາກ 1623, ໜ່ວຍກູ້ຊີບ ອົງການກາແດງລາວ ສູນກາງ 1625, ມູນນິທິຮ່ວມໃຈ ຊ່ວຍເຫລືອຜູ້ປະສົບໄພນະຄອນຫຼວງ 1630, ໜ່ວຍກູ້ໄພ ພັດທະນາຜາສຸກ ແລະສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການອໍານວຍຄວາມສະດວກ ແລະ ນໍາສົ່ງຄົນເຈັບຈາກອຸປະຕິເຫດໃຫ້ທັນເວລາ, ປະທານສະພາບໍລິຫານທະນາຄານ ເອັສທີຈໍາກັດ ຊຶ່ງຍາມໃດກໍ່ເປັນຫ່ວງເປັນໃຍ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານກູ້ໄພຈຶ່ງໄດ້ນໍາເອົາທຶນສ່ວນຕົວຈໍານວນໜຶ່ງ ແລະ ພ້ອມດ້ວຍລູກຄ້າທະນາຄານ ເອັສທີ ຮ່ວມແຮງຮ່ວມໃຈສົມທົບເປັນທຶນຫລາຍກວ່າ 1,6 ຕື້ກີບ ເພື່ອຊື້ລົດລົດຕູ້ H1 AT4X2 ຈໍານວນ 5 ຄັນ ມອບໃຫ້ 5 ໜ່ວຍກູ້ໄພດັ່ງກ່າວ.

