ຍ້ອນຫຍັງ ຄົນລາວຈຶ່ງບໍ່ນິຍົມໃຊ້ຜະລິດຕະພັນຂອງລາວ ?

# ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຜ່ານມາເຮົາເຄີຍເວົ້າແຕ່ວ່າ: ຄົນລາວເຮັດຫຍັງບໍ່ໄດ້ ຜະລິດຫຍັງບໍ່ເປັນ. ບາດວ່າຜະລິດອອກມາແລ້ວກໍບໍ່ມີຄົນຊົມໃຊ້ ແລ້ວເຮັດແນວໃດຈຶ່ງຈະໃຫ້ສິນຄ້າລາວໄດ້ຮັບການພັດທະນາ ? ຜູ້ຜະລິດສິນຄ້າຈຶ່ງຈະມີກຳລັງໃຈຕໍ່ການຜະລິດ ?.
ຄຳຕອບກໍມີຫລາຍສາເຫດດ້ວຍກັນ, ແຕ່ໃນນີ້ຈະຍົກໃຫ້ເຫັນບາງສາເຫດຕົ້ນຕໍຂອງມັນ ທັງນອກຕົວ ແລະ ໃນຕົວ, ເລິກເຊິ່ງ ແລະ ໂດຍກົງ.
ສາເຫດເລິກເຊິ່ງ ແມ່ນເນື່ອງມາຈາກໃນເມື່ອກ່ອນລາວເຮົາບໍ່ສາມາດຜະລິດສິນຄ້າຫຍັງໄດ້ເລີຍ ເພາະເປັນປະເທດດ້ອຍພັດທະນາ ມີແຕ່ນຳເຂົ້າຢ່າງດຽວ ແລະ ຊົມໃຊ້ເຄື່ອງຂອງຈາກຕ່າງປະເທດເປັນຕົ້ນຕໍ ສ້າງໃຫ້ຄົນລາວເຮົາມີຄວາມຮູ້ສຶກເລິກເຊິ່ງຕໍ່ສິນຄ້າຂອງຕ່າງປະເທດມາຍາວນານ ໄດ້ກາຍເປັນຄວາມຮູ້ສຶກ, ກາຍເປັນຄວາມຊິ້ນເຄີຍ, ກາຍເປັນນິໄສ ແລະ ປ່ຽນແປງໄດ້ຍາກ. ປັດຈຸບັນ ຄົນລາວເຮົາກໍສາມາດຜະລິດສິນຄ້າບໍລິໂພກ, ອຸປະໂພກໄດ້ຈຳນວນໜຶ່ງ, ແຕ່ຄົນຕົນເອງພັດບໍ່ນິຍົມຊົມໃຊ້ ອາດຈະແມ່ນຍ້ອນສາເຫດ: 1. ຍ້ອນຜະລິດຕະພັນຂອງລາວຍັງບໍ່ທັນມີຄຸນນະພາບເທົ່າທຽມກັບສິນຄ້າຂອງຕ່າງປະເທດ, 2. ອາດແມ່ນຍ້ອນຈິດໃຈຊາດ, ຄວາມເປັນຊາດ ແລະ ລັກສະນະຊາດນິຍົມຂອງເຮົາຍັງບໍ່ທັນສູງເທົ່າທີ່ຄວນ, 3. ລັດຖະບານບໍ່ມີມາດຕະການທີ່ເດັດຂາດ ແລະ ຕົວຈິງໃນການສົ່ງເສີມຄົນໂຕເອງນຳໃຊ້ຜະລິດຕະພັນຂອງຕົນ. ເວົ້າເຖິງບ່ອນນີ້ ຫລາຍຄົນອາດຈະບໍ່ເຫັນດີນຳ, ແຕ່ໃນຄວາມເປັນຈິງແລ້ວ ກໍແມ່ນແນວນັ້ນແທ້. ຖ້າທຽບໃສ່ຊາດອື່ນເຊັ່ນ: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ຫວຽດນາມ… ລ້ວນແຕ່ເປັນຊາດນິຍົມຊາດຕົນເອງ ເສດຖະກິດຂອງພວກເພິ່ນຈຶ່ງມີການຂະຫຍາຍຕົວໄວ ເພາະພວກເພິ່ນຊຸກຍູ້ສົ່ງເສີມໃຫ້ຄົນພາຍໃນປະເທດຊົມໃຊ້ຜະລິດຕະພັນຂອງຕົນເອງ. ຖ້າຄົນລາວເຮົາເຮັດໄດ້ຄືແນວນີ້ ຄິດວ່າການພັດທະນາສິນຄ້າຂອງລາວຄົງຈະດີກວ່ານີ້, ຄົນລາວເຮັດ ຄົນລາວໃຊ້ ຄົນລາວໄດ້ ຄົນລາວຈະເລີນ. ກົງກັນຂ້າມ ຖ້າຄົນລາວເຮັດໄດ້ ຄົນລາວບໍ່ໃຊ້ ກໍຈະຂີ້ໄຮ້ຕະຫລອດໄປ.
ນີ້ຄື 3 ສາເຫດຕົ້ນຕໍທີ່ກຳລັງການຜະລິດ ແລະ ສິນຄ້າລາວບໍ່ໄດ້ຮັບການພັດທະນາຢ່າງເຕັມທີ່. ດັ່ງນັ້ນ ບັນຫາຕັ້ງຂຶ້ນ ກໍຄືຜູ້ຜະລິດພະຍາຍາມຫລຸດຕົ້ນທຶນການຜະລິດ, ປັບປຸງຄຸນນະພາບໃຫ້ດີຂຶ້ນ ລວມເຖິງການຫຸ້ມຫໍ່ໃຫ້ມີສີສັນຈົບງາມ, ແໜ້ນໜາແຂງແກ່ນ ແລະ ມີຄຸນນະພາບດີເລີດ.
