ຣິນ ມາດຣິດ ພ້ອມຈ່າຍເງິນສະຖິຕິໂລກ ເພື່ອຊື້ ອາຊາ

ຣິນ ມາດຣິດ ພ້ອມທຈ່າຍ ສະຖິຕິໂລກ 100 ລ້ານ ປອນ ເຊັນສັນຍາກັບ ເອເດນ ອາຊາ ປິກໂຕເກັ່ງຂອງ  ເຊລຊີ ໃນໄລຍະ ຕະຫຼາດຊື້ຂາຍ ນັກເຕະ.

ຫຼັງ ຈາກທີ່ ແມເຊສເຕີ ຢູໄນ ເຕັດ ປະຕິເສດຂໍ້ສະເໜີ 60 ລ້ານ ປອນ ໃນການຂໍຊື້ໂຕ ດາບິດ ເດ ເຄອາ ຫຼ້າສຸດເຮັດໃຫ້ ຣິນ ມາຣິດ ຫັນເປົ້າໝາຍມາຍັງ ອາຊາ.

ນະໂຍບາຍຂອງ ຟລໍເຣນ ຕິໂນ ເປເຣດ ຍັງຄົງພ້ອມຈ່າຍ ເງິນຄວ້ານັກເຕະສະຕາດັງມາ ຮ່ວມທີມ 1 ຄົນຕໍ່ລະດູການ ອາ ຊາ ຄື 1 ໃນເປົ້າໝາຍຫຼັກຂອງ ຣິນ ມາດຣິດ ໃນລະດູການນີ້.

ເປັນທີ່ເຊື່ອກັນວ່າ ອາຊາ ຈະເຂົ້າມາຫຼິ້້ນໃນຕຳແໜ່ງກອງ ກາງປະສານງານກັບ ຄຣິສຕຽນ ໂນ ໂຣນັນໂດ, ຄາຣິມ ເບນເຊມາ ແລະ ເເກເຣດ ເບລ ຍິ່ງເຮັດໃຫ້ ຣິນ ມາດຣິດ ໃນຍຸກຂອງ ຊີເນີດີນ ຊີດານ ແຂງແກ່ນເພີ່ມອີກ.