ອັດຕະປືຍົກລະດັບວຽກງານສື່ມວນຊົນ

       ວັນທີ 13 ມັງກອນນີ້ ພະແນກ ຖວທ ແຂວງ ອັດຕະປື ຮ່ວມກັບສະຖາບັນສື່ມວນຊົນ ກະຊວງ ຖວທ ​ໄດ້ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນທົ່ວແຂວງ ໂດຍການເປັນປະທານ ຂອງທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ​ແລະ ທ່ານ ວິໄລທອງ ສີຊານົນ ຫົວໜ້າ ສະຖາບັນດັ່ງກ່າວ, ມີວິຊາການຈາກສູນກາງ ແລະ ນັກສຳມະນາກອນມາຈາກຂະແໜງການຕ່າງໆ​ຂອງແຂວງເຂົ້າຮ່ວມ ​ເພື່ອ​ແນ​ໃສ່ເຮັດໃຫ້ພະນັກງານ ໂດຍສະເພາະຜູ້ຮັບຜິດຊອບວຽກງານສື່ມວນຊົນໄດ້ຮຽນຮູ້ກ່ຽວກັບການເກັບກຳຂໍ້ມູນ, ການຂຽນບົດວຽກດີຄົນເດັ່ນ, ທັກສະການສຳພາດຂ່າວວິທະຍຸ-ໂທລະພາບ, ພື້ນຖານການຈັດໜ້າໜັງສືພິມ, ພື້ນຖ່ານການຖ່າຍຮູບພາບຂ່າວ, ທັກສະການຈັດລາຍການວິທະຍຸ ແລະ ພື້ນຖານການ​ຂຽນ​ຂ່າວດ້ານອື່ນໆ ເຊິ່ງມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ.

        ຫົວໜ້າພະແນກ ຖວທ ແຂວງ ໄດ້ກ່າວເປີດພິທີວ່າ: ການຈັດຝຶກອົບຮົມຄັ້ງນີ້ແມ່ນເພື່ອສືບຕໍ່ຍົກ​ສູງ​ຄວາມ​ອາດ​ສາມາດ​ການ​ລາຍ​ງານ​ຂ່າວ ​ເພື່ອ​ໃຫ້​ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງສອດຄ່ອງກັບຄວາມຈິງຕາມ 4 ລັກສະນະຂອງສື່ມວນຊົນ ຄື: 1. ລັກສະນະຕົວຈິງພາວະວິໄສ, ຖືກຕ້ອງ, ຊັດເຈນ. 2. ລັກສະນະສຶກສາອົບຮົມ, ໂຄສະນາເຜີຍແຜ່. 3. ລັກສະນະຈັດຕັ້ງ-ຊີ້ນຳ ແລະ 4. ລັກສະນະຕໍ່ສູ້, ເປັນກະບອກສຽງໃຫ້ອົງການຈັດຕັ້ງພັກ-ລັດ, ເປັນເຄື່ອງມື ຫຼື ກຳລັງແຮງທາງດ້ານການເມືອງ-ແນວຄິດ, ເສດຖະກິດ-ສັງຄົມ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ນໍາເອົາຄວາມຮູ້ທີ່ໄດ້ຜ່ານການຝຶກອົບຮົມ ໄປນຳໃຊ້ເຂົ້າໃນວຽກງານສື່ມວນຊົນ, ສືບຕໍ່ຜັນຂະຫຍາຍການເປັນກະບອກສຽງຂອງພັກ-ລັດ ແລະ ປະຊາຊົນໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ດ້ວຍຄວາມຮັບຜິດຊອບສູງ. ຊຸດຝຶກອົບຮົມດັ່ງກ່າວຈະ​ດຳ​ເນີນໄປເປັນເວລາ 5 ວັນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ