ຢາກພົ້ນທຸກຕ້ອງໄດ້ພ້ອມກັນບຸກທະລຸ

ທິດກໍ່າ:
ໃນປີ 2020 ລັດຖະບານເຮົາໄດ້ວາງຄາດໝາຍສູ້ຊົນສ້າງຄອບຄົວໃຫ້ພົ້ນທຸກຈຳນວນ 3.234 ຄອບຄົວ. ຄາດກະໃຫ້ຍັງເຫລືອພຽງ 60.160 ຄອບຄົວ ຫລື ເທົ່າກັບ 4,9%, ສ້າງບ້ານພົ້ນທຸກໃຫ້ໄດ້ 220 ບ້ານ ໃຫ້ຍັງເຫລືອ 14,2%, ສ້າງເມືອງໃຫ້ພົ້ນທຸກໄດ້ 2 ເມືອງຄື: ເມືອງນອງ ແຂວງສະຫວັນນະເຂດ, ເມືອງຊ່ອມ ແຂວງຫົວພັນ ພະຍາຍາມໃຫ້ຍັງເຫລືອພຽງ 14,19% ຂອງຈຳນວນເມືອງທັງໝົດ.
ນອກນັ້ນ ຍັງຈະຕ້ອງຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະຊາ ຊົນໃຫ້ໄດ້ 163 ບ້ານ, ແກ້ໄຂການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍໃຫ້ສຳເລັດໂດຍພື້ນຖານ ແລະ ຕ້ອງຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆໃຫ້ສອດຄ່ອງກັບກົດໝາຍ, ຈັດສັນພູມລຳເນົາ ແລະ ອາຊີບຕາມແຜນການທີ່ມີໄວ້ແລ້ວ. ພ້ອມສ້າງບ້ານພັດທະນາທີ່ເປັນຕົວແບບໃຫ້ໄດ້ 100 ບ້ານ ເທົ່າກັບ 59,19% ຂອງຈຳນວນບ້ານທັງໝົດ 8.470 ບ້ານ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃຫ້ໄດ້ 18 ບ້ານ. ໝາຍວ່າຈາກ 65 ບ້ານມາເປັນ 83 ບ້ານ. ຄາດໝາຍພົ້ນທຸກນີ້ໄດ້ກ່າວໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຜ່ານມານີ້ເອງ.
ແນວໃດກໍຕາມ, ເມື່ອກ່າວເຖິງແຜນການພົ້ນທຸກແລ້ວ ພວກເຮົາໄດ້ມີແຜນການ ແລະ ເລີ່ມປະຕິບັດກັນມາແຕ່ປີ 2001 ພຸ້ນ ເອີ້ນວ່າ: ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ນອກຈາກໄດ້ມີແຜນການສະເພາະ, ມີໂຄງການຢ່າງລະອຽດຊັດເຈນແລ້ວ ໃນມະຕິຂອງພັກນັບແຕ່ມະຕິຄັ້ງທີ VII ຈົນມາຮອດຄັ້ງທີ X ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີແຫ່ງລັດໃນແຕ່ລະໄລຍະຈົນມາຮອດ 5 ປີຄັ້ງທີ VIII ກໍໄດ້ລະບຸຢ່າງລະອຽດ ໂດຍສະເພາະແມ່ນມະຕິ IX ແລະ X ຂອງພັກວາງອອກ 4 ບຸກທະລຸຄື: ບຸກທະລຸທາງດ້ານຈິນຕະນາການ, ດ້ານການບໍລິຫານ, ດ້ານການສ້າງຊັບພະຍາກອນມະນຸດ ແລະ ລຶບລ້າງຄວາມທຸກຍາກ-ດ້ອຍພັດທະນາ. ໄປຄຽງຄູ່ກັນນັ້ນ ຍັງມີການພັດທະນາ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ນອກຈາກແຜນຍຸດທະສາດທີ່ກ່າວມານີ້ແລ້ວ ຍັງມີແຜນພັດທະນາໃນດ້ານອື່ນໆກໍລ້ວນແລ້ວແຕ່ກ້ຽວພັນເຖິງການປົດປ່ອຍຄວາມທຸກຍາກ ແລະ ດ້ອຍພັດທະນາຂອງປະເທດຊາດດ້ວຍກັນທັງນັ້ນ.
ຈາກແຜນພັດທະນາດ້ານຕ່າງໆໃນຊຸມປີຜ່ານມາ, ພວກເຮົາເລັ່ງຄາດກະໃນເບື້ອງຕົ້ນຮອດປີ 2020 ຄືປີນີ້ເອງ ຕ້ອງລຶບລ້າງອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໃຫ້ໄດ້ຢ່າງສິ້ນເຊີງ, ແຕ່ຜ່ານການກວດກາຂອງອົງການສະຫະປະຊາຊາດແມ່ນຍັງບໍ່ທັນໄດ້ຕາມຄວາມຫວັງເທື່ອ ເພາະຍັງເຫລືອອີກພຽງມາດຖານດຽວຄື: ຄວາມບອບບາງທາງດ້ານເສດຖະກິດ (EVI) ຕ້ອງຕໍ່າກວ່າ 32 ແຕ່ລາວເຮົາຍັງຢູ່ໃນ 33,7. ສ່ວນວ່າສອງເງື່ອນໄຂທີ່ໄດ້ນັ້ນຄືລາຍຮັບແຫ່ງຊາດລາວເຮົາໄດ້ 1.996 ແລ້ວ, ເງື່ອນໄຂທີ່ສະຫະປະຊາຊາດຕັ້ງໄວ້ແມ່ນ 1.230 ໂດລາ. ອີກເງື່ອນໄຂສອງທີ່ໄດ້ມາດຖານນັ້ນ ແມ່ນດັດຊະນີຊັບສິນມະນຸດຕ້ອງສູງກວ່າ 66 ແຕ່ລາວເຮົາໄດ້ 72,6 ແລ້ວ. ນີ້ຄືຕົວຊີ້ວັດຈາກຄວາມເປັນມາດຕະຖານສາກົນໃນເງື່ອນໄຂທີ່ຈະຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຂອງປະເທດເຮົາ.
ເຖິງຢ່າງໃດກໍດີ, ເມື່ອເປັນຄືສະພາບດັ່ງກ່າວ ພັກ ແລະ ລັດຖະບານເຮົາໄດ້ເລັ່ງເປົ້າແກ່ຍາວໄປຕື່ມອີກຮອດ 2024 ຕ້ອງໃຫ້ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງເດັດຂາດ. ແຕ່ວ່າໃນປີໜ້ານີ້ຄືປີ 2021 ທາງອົງການສະຫະປະຊາຊາດຈະມາສຳຫລວດອີກຮອບໜຶ່ງວ່າໃນເງື່ອນໄຂອັນທີສາມນັ້ນໄດ້ແລ້ວ ຫລື ບໍ່. ຕໍ່ໜ້າຄວາມມຸ້ງມາດປາດຖະໜາອັນຍິ່ງໃຫຍ່ຂອງພັກ ແລະ ລັດຖະບານເຮົາ ກໍຄືຄວາມຫວັງຂອງປວງຊົນລາວທັງຊາດທີ່ຢາກເຫັນປະເທດຊາດຂອງຕົນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໃນໄລຍະອັນໄວໆ ແລະ ໃກ້ໆ ໂດຍສະເພາະແມ່ນໄລຍະປີ 2021 ຫລື ອາດຈະແກ່ຍາວໄປກວ່ານັ້ນ, ເມື່ອເຖິງວັນເວລານັ້ນທຸກສິ່ງເປັນໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດກໍຈະມີຫລາຍກິດຈະການ, ໂຄງການນ້ອຍໃຫຍ່ຈະສຳເລັດໄປຕາມໆກັນເຊັ່ນ: ໂຄງການສ້າງທາງລົດໄຟ ລາວ-ຈີນ, ໂຄງການສ້າງເຂື່ອນໄຟຟ້າແຕ່ລະແຫ່ງໃນທົ່ວປະເທດ, ໂຄງການຊຸກຍູ້ ແລະ ສົ່ງເສີມການຜະລິດເສດຖະກິດຂະໜາດນ້ອຍ, ຂະໜາດກາງ, ບັນດາໂຄງການລົງທຶນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດກໍຈະເຕີບໃຫຍ່ຂຶ້ນໄປຕາມໆກັນ, ເວລານັ້ນລະພວກເຮົາຈະໄດ້ພ້ອມກັນສະເຫລີມສະຫລອງວັນປະຫວັດສາດອັນຍິ່ງໃຫຍ່ຂອງຊາດອີກວັນໜຶ່ງ ຄືເປັນວັນທີ່ລາວເຮົາບາຍບ່າຍຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ.
ໄປຄຽງຄູ່ກັນນັ້ນ, ກໍຕ້ອງອອກແຮງໃຊ້ມາດຕະການຢ່າງເດັດຂາດໃນການກຳຈັດສິ່ງຫຍໍ້ທໍ້ທີ່ຈະມາກົດໜ່ວງຖ່ວງດຶງຄວາມຈະເລີນຂອງຊາດເຊັ່ນ: ບັນຫາການສໍ້ລາດບັງຫລວງ, ໄພພິບັດທາງທຳມະຊາດ, ກະຕຸ້ນພາກອຸດສາຫະກຳ, ກະສິກຳເພື່ອການສົ່ງອອກໃຫ້ຫລາຍໆ ພ້ອມກັນເຢີກບຸກທະລຸແຕ່ປີ 2020 ເປັນຕົ້ນໄປ ຄວາມຫວັງແຫ່ງປະຫວັດສາດ, ໄຊຊະນະອັນຍິ່ງໃຫຍ່ຂອງຊາດ ແລະ ຂອງປະຊາຊົນເຮົາກໍຈະມາຕົກຢູ່ໃນກຳມືຢ່າງແນ່ນອນ.

