ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈຳປາສັກດຳ​ເນີນກອງປະຊຸມປະຈຳປີ 2019

       ກອງປະຊຸມປະຈຳປີ 2019 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 6 ມັງກອນນີ້ ທີ່ສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ປະທານສະພາປະຊາຊົນແຂວງຈຳປາສັກ, ມີສະມາຊິກສະພາແຫ່ງຊາດປະຈຳເຂດ ​ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.

       ທ່ານ ເມກສະຫັວນ ພົມພິທັກ ໄດ້ກ່າວ​ເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ​ເພື່ອສະຫຼຸບຕິລາຄາວຽກງານການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດໃນໄລຍະ 1 ປີຜ່ານມາ ແລະ ກໍານົດທິດທາງແຜນການປີ 2020, ພ້ອມນີ້ຍັງໄດ້ຜ່ານບົດລາຍງານການຕິດຕາມກວດກາໂຮງງານເຄືອແຫມຢູ່ເມືອງປະທຸມພອນ, ຜ່ານບົດລາຍງານຕິດຕາມກວດກາການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ, ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນອື່ນໆ ​ເພື່ອສ້າງເງື່ອນໄຂໃຫ້ແກ່ການເປີດກອງປະຊຸມສະໄໝສາມັນເທຶ່ອທີ VIII ຂອງສະພາປະຊາຊົນແຂວງຊຸດທີ 1 ທີ່ຈະໄຂຂຶ້ນໃນວັນທີ 7-9 ມັງກອນນີ້ອີກດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ