ກອງປະຊຸມໃຫຍ່ ຄັ້ງທີ່ Vl ຂອງອົງຄະນະພັກເມືອງປາກແຊງ ໄຂຂຶ້ນຢ່າງເປັນທາງການ

ວັນທີ 30-31 ທັນວານີ້, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກແຊງ ແຂວງຫລວງພະບາງ
ຄັ້ງທີ VI ໄດ້ໄຂຂຶ້ຢ່າງເປັນທາງການ ພາຍໃຕ້ຄຳຂວັນທີ່ວ່າ: ພັດທະນາເມືອງປາກແຊງ
ໃຫ້ມີຄວາມເຂັ້ມແຂງ,
ສ້າງແຫຼ່ງລາຍຮັບຈາກການລ້ຽງສັດໃຫຍ່, ປູກໄມ້ອຸດສາຫະກຳ ຕິດພັນກັບການທ່ອງທ່ຽວທຳມະຊາດ, ປະ ຫວັດສາດເມືອງວິລະຊົນຕາມທິດສີຂຽວ ແລະ ຍືນຍົງ”,.

ສະຫາຍ ທອງສິງ
ໄຊຍະສຸກ ຮັກສາການເລຂາຄະນະບໍລິຫານງານພັກເມືອງປາກແຊງ ໄດ້ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການວ່າ:
ກອງປະຊຸມໃຫ່ຍຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ ເປັນການສະຫລຸບຕີລາຄາທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ
V
ຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ເພື່ອເສີມຂະຫຍາຍຜົນງານດ້ານດີທີ່ຕັ້ງຫນ້າ, ພ້ອມທັງສຸມໃສ່ແກ້ໄຂບັນຫາຄົງຄ້າງໃຫ້ດີຂຶ້ນ,
ພ້ອມນີ້ ສະຫາຍໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບຕໍ່ການຄົ້ນຄວ້າພິຈາລະນາ
ແລະ ຮັບຮອງເອົາບັນດາຄາດຫມາຍຂອງທຸກຂົງເຂດວຽກງານ ເພື່ອຜັນຂະຫຍາຍໃຫ້ເລິກ ເຊິ່ງ, ກວ້າງຂວາງ ແນໃສ່ພັດທະນາເມືອງປາກແຊງໃຫ້ດີຂຶ້ນເປັນກ້າວໆ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງສອງ ພາກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2015-2019) ແລະ ທິດທາງແຜນການ 5 ປີ (2020-2025) ຂອງອົງຄະນະພັກເມືອງ, ຮັບຟັງການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງຊຸດທີ V, ການປະກອບຄຳຄິດຄຳເຫັນຂອງບາງຂົງເຂດວຽກງານ ແລະ ຄອບຄົວຕົວແບບ, ພ້ອມດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຄັ້ງທີ VI ເພື່ອສືບຕໍ່ຊີ້ນຳ-ນຳພາການປະຕິບັດມະຕິກອງປະຊຸມໃນຕໍ່ຫນ້າໃຫ້ສຳເລັດຜົນ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງໄປຮ່ວມກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຫລວງພະບາງ ຄັ້ງທີ VIII ຕື່ມອີກ.

