​ເຮັດ​ບໍ່​ດີຜີ​ຂາຍໜ້າ

      ມາ​ຮອດ​ປັດຈຸບັນ, ບັນຫາ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ຍັງ​ເດີນ​ໜ້າ​ໄປ​ຕິກໆ​ຈົນ​ກວ່າ​ບ້ານ​ເມືອງ​ເຮົາ​ກ້າວ​ສູ່​ຄວາມ​ໂປ່​ງ​ໃສ, ປອດ​ໃສ​ໄຮ້​ຄົນ​ໂກງ. ກ່ຽວ​ກັບ​ການ​ປາບ​ປາມ​ສໍ້​ລາດ​ບັງ​ຫລວງ​ປຽບ​ເໝືອນ​ສະໜາມຮົບ​ຕິດ​ລຽນ​ທີ່​ຕ້ອງ​ໄດ້​ຕໍ່ສູ້​ກັບ​ສັດຕູ​ພາຍ​ໃນ​ທີ່​ກົດ​ໜ່ວງ​ຖ່ວງ​ດຶງ​ຄວາມ​ຈະ​ເລີ​ນຂອງ​ຊາດ. ​ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ ສັດຕູ​ພາຍ​ໃນ​ຢູ່​ໃສ ​ແລະ ​ແມ່ນ​ໃຜ​ກັນ​ແທ້ ? ມັນ​ກໍ​ຄົນ​ພາຍ​ໃນ​ກົມ​ກອງ​ເຮົາ​ນັ້ນ​ເອງ, ຜູ້​ໃດ​ສໍ້​ລາດ​ບັງ​ຫລວງ​ກໍ​ຖື​ວ່າ​ຜູ້ນັ້ນ​ເປັນ​ສັດຕູ​ພາຍ​ໃນ​ຂອງ​ຊາດ​ທີ່​ປອງ​ຮ້າຍ​ທຳລາຍ​ເສດຖະກິດ​ຂອງ​ປະ​ເທດ​ໃຫ້​ຫລົ້ມຈົມ​ຖົດຖອຍ ​ແລະ ອ່ອນ​ເພຍ​ເປ້ຍ​ລ່ອຍ​ໄປ​ເລື້ອຍໆ. ນີ້​ຄື​ຄວາມ​ເປັນ​ອັນຕະລາຍ​ຮ້າ​ຍກາດ​ຂອງ​ການ​ສໍ້​ລາດ​ບັງ​ຫລວງ​ຈາກ​ຄົນ​ພາຍ​ໃນ ​ເຊິ່ງ​ເຮົາ​ເຄີຍ​ເອີ້ນ​ກັນ​ວ່າ: ໜອນ​ບ້ອນ​ໄສ້ ຫລື ​ເວົ້າອີກ​ຢ່າງ​ໜຶ່ງ​ວ່າ: ​ໄສ້​ຢູ່​ທ້ອງ​ກັບ​ເກີດ​ເປັນ​ໜອນ.

      ດັ່ງ​ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວ​ວ່າ: ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄວາມ​ສະຫງົບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ, ​ເປັນ​ການ​ທຳລາຍ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໃຫ້​ລ້າ​ຊ້າ​ອືດ​ອາດ ​ແລະ ຖົດຖອຍ. ການ​ສໍ້​ລາດ​ບັງ​ຫລວງ​ຄື​ປວກ​ເຈາະ​ໄມ້, ຄື​ພະຍາດ​ເຈາະ​ໄສ້​ເຈາະ​ພຸງ ດົນໆ​ໄປ​ເຮືອນ​ກໍ​ຈະ​ຫຍຸບ​ ຄົນ​ກໍ​ຈະ​ຕາຍ ກໍ​ເໝືອນ​ປະ​ເທດ​ຊາດ​ຫລົ້ມຈົມ​ຍ້ອນ​ພະນັກງານ​ລັດ​ພາກັນ​ສໍ້​ລາດ​ບັງ​ຫລວງ ຈົນ​ເຮັດ​ໃຫ້​ພາກ​ລັດ​ເສຍ​ຜົນ​ປະ​ໂຫຍ​ດດ້ານ​ລາຍ​ຮັບ​ແຫ່ງ​ຊາດ​ຢ່າງ​ມະຫາສານ. ດັ່ງ​ອົງການ​ກວດກາ, ກວດ​ສອບ​ພັກ-ລັດ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໄດ້​ກວດກາ​ພົບ​ພໍ້​ເປັນ​ຈຳນວນ​ເງິນ​ເສຍ​ຫາຍ​ຢ່າງ​ມະຫາສານ​ຫລາຍ​ຮ້ອຍ​ຫລາຍ​ພັນຕື້.

     ດ້ວຍ​ສາ​ເຫດ​ດັ່ງກ່າວ, ພັກ ​ແລະ ລັດຖະບານ​ເຮົາ ​ໂດຍ​ສະ​ເພາະ​ລັດຖະບານ​ຊຸດ​ທີ VIII ຈຶ່ງ​ໄດ້​ຕັດສິນ​ໃຈ​ປາບ​ປາມ ​ແລະ ພະ​ໜຶກກຳລັງ​ແກ້​ໄຂ​ບັນຫາ​ປາກົດການ​ເຫລົ່າ​ນີ້​ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ ​ແລະ ກ້າວ​ໄປ​ເຖິງ​ໃຫ້​ໝົດ​ໄປ​ຈາ​ກສັງຄົມ​ລາວ​. ​ໃນ​ສະ​ໄໝ​ພວກ​ເຮົາ​ເຮັດ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ​ກ້າວ​ສູ່​ໄລຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ​ເຊິ່ງຍາມ​ໃດ​ຜູ້ນຳ​ເຮົາ​ກໍ​ເຄີຍ​ກຳ​ຊັບ​ຕັກ​ເຕືອນ​ສັ່ງສອນ​ເລື້ອຍໆ​ວ່າ: ຈົ່ງ​ພາກັນ​ຫລີກ​ເວັ້ນການ​ສໍ້​ລາດ​ບັງ​ຫລວງ ​ເພາະ​ຈະ​ພາ​ໃຫ້​ປະ​ເທດ​ຊາດ​ເພພັງ​ຕົກ​ຕໍ່າ​ເໝືອນ​ດັ່ງ​ປະຫວັດສາດ​ຊ້ຳ​ເຮື້ອມາ​ຫລາຍ​ຍຸກ​ຫລາຍສະໄໝທີ່ມີຄວາມຂັດແຍ່ງແບ່ງສັນກັນດ້ານຜົນ​ປະ​ໂຫຍ​ດ, ຄວາມ​ສາມັກຄີ​ແຕກ​ແຫງ ສຸດ​ທ້າຍ​ມາ​ສັດຕູ​ຕ່າງ​ຊາດ​ກໍ​ສວຍ​ໂອກາດ​ເຂົ້າມາ​ບຸກລຸກ​ຮຸກ​ຮານ​ຍຶດ​ເອົາ​ເປັນ​ຫົ​ວ​ເມືອງ​ຂຶ້ນ ຈົນ​ເຮັດ​ໃຫ້​ປະ​ເທດ​ລ້ານ​ຊ້າງ​ອັນ​ແສນ​ຮັກ ​ແລະ ຫວງ​ແຫນ​ຕ້ອງ​ໄດ້​ແຍກ​ແຜ່ນດິນ ​ແລະ ​ແຍກ​ເຊື້ອວົງ​ພົງພັນ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ນີ້​ຄື​ຄວາມ​ຫາຍະ​ນະ​ຂອງ​ຄວາມ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ໃນ​ຍຸກ​ສັກ​ດີ​ນາລາ​ວ ​ແລະ ຜູ້ນຳ​ລາວ​ໃນ​ສະ​ໄໝ​ປະຫວັດສາດ​ກ່ອນ​ໜ້າ​ນີ້​ສອງ​ສາມ​ຮ້ອຍ​ປີ.

      ນັບ​ແຕ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ໄດ້​ສະຖາປະນາ​ເປັນ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ເປັນຕົ້ນມາ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ຜູ້ນຳ​ຮຸ້ນ​ທຳ​ອິດ​ເພິ່ນ​ກໍ​ເຄີຍ​ຕັກ​ເຕືອນ​ສັ່ງສອນ​ມາ​ຕະຫລອດ​ວ່າ: ຢ່າ​ພາກັນ​ສໍ້​ລາດ​ບັງ​ຫລວງ ​ເພາະ​ຢ້ານ​ປະ​ເທດ​ຊາດ​ຫລົ້ມຈົມ​ຈິບຫາຍ. ຜູ້​ທີ່​ເປັນ​ຮ່ວງ​ເປັນ​ໄຍຕໍ່​ຊາຕະ​ກຳ​ຂອງ​ຊາດ, ຕໍ່​ໝາກຜົນ​ຂອງ​ການ​ປະຕິວັດ​ອີ່ຫລີ​ອີ່​ຫລໍ​ກໍ​ຄື ປະທານ ​ໄກສອນ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ສອງ​ຜູ້ນຳ​ພາ​ການ​ປະຕິວັດ​ລາວ​ນັບ​​ແຕ່​ມື້​ເລີ່​ມຕົ້ນຈົນ​ມາ​ຮອດ​ມື້​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ​ແບບ ​ແລະ ຍືນ​ຍົງ​ຄົງ​ຕົວ​ມາ​ຮອດ​ທຸກ​ວັນ​ນີ້.

      ນັບ​ແຕ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ມີ​ການ​ປ່ຽນ​ແປງ​ໃໝ່​ເປັນຕົ້ນມາ ມີ​ພະນັກງານ​ສະມາຊິກ​ພັກ​ຈຳນວນ​ບໍ່​ໜ້ອຍ​ເກີດ​​ແນວ​ຄິດຜິດ​ເຂ​ວ, ລືມ​ຕົນ​ລືມ​ຕົວ, ​ເຫັນ​ກົງຈັກ​ເປັນ​ດອກ​ບົວ, ​ເຫີ່​ນຳ​ເງິນ, ​ເຫີ່​ນຳ​ຊັ້ນຍົດ, ຖານະ​ຕຳ​ແໜ່​ງ ​ແຂ່ງຂັນ​ກັນ​ໄດ້, ​ແຂ່ງ​ຂັນ​ກັນ​ມີ, ພະນັກງານ​ສະມາຊິກ​ພັກ​ຄົນ​ໃດ​ຍັງ​ບໍ່​ໄດ້, ຍັງ​ບໍ່​ມີ, ຍັງ​ທຸກ​ຍາກ​ປາກໝອງ, ມີ​ຄວາມ​ສັດ​ຊື່​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ​ກໍ​ເຍີ້​ຍຫຍັນ​ກັນ​ວ່າ​ເປັນ​ຄົນ​ປະຫວັດສາດ​ປະ​ໄວ້, ບໍ່ຮູ້​ຊອກ​ຮູ້​ຫາ, ບໍ່​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຊອກ​ຢູ່​ຫາ​ກິນ, ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.

      ຈາກ​ຄວາມ​ກົດ​ດັນ​ດັ່ງກ່າວ, ພະນັກງານ-ລັດຖະກອນ, ສະມາຊິກ​ພັກ​ຈຳນວນ​ບໍ່​ໜ້ອຍ​ໄດ້​ຂໍ​ລາ​ອອກ​ຈາກ​ລັດ​ໄປ​ເຮັດ​ທຸລະ​ກິດ, ອອກ​ໄປ​ສ້າງ​ເສດຖະກິດ​ຄອບຄົວ, ຜູ້​ທີ່​ບໍ່​ໄດ້​ລາ​ອອກ​ກໍ​ຫາ​ວິທີ​ສໍ້​ໂກງ​ເອົາ​ເງິນ, ​ເອົາ​ຊັບ​ສິນ​ຂອງ​ລັດ​ມາ​ເປັນ​ຂອງ​ຕົນ​ເອງ ດ້ວຍ​ວິທີ​ການ ​ແລະ ຮູບ​ການ​ຕ່າງໆ ຈົນ​ເກີດ​ເປັນ​ບັນຫາ​ປາກົດການ​ຫຍໍ້​ທໍ້​ໃນ​ສັງຄົມ​ລາວ​ມາ​ຮອດ​ປັດຈຸບັນ ​ໄດ້​ກາຍ​ເປັນ​ພະຍາດ​ຊ້ຳ​ເຮື້ອ​ເຂົ້າກະດູກ​ດຳ ​ເພື່ອ​ຈະ​ແກ້​ໄດ້ກໍ​ຕ້ອງ​ໃຊ້​ເວລາ​ຍາວ​ນານ​ຜ່ານ​ບັ້ນຮົບ​ທີ່​ເດັດດ່ຽວ​ຂ້ຽວຂາດ​ຄື​ດັ່ງ​ທຸກ​ວັນ​ນີ້.

     ​ແນວ​ໃດ​ກໍ​ຕາມ, ມາ​ເຖິງ​ທຸກ​ວັນ​ນີ້ ພວ​ກ​ເຮົາ​ກໍ​ຮູ້​ແລ້ວ​ວ່າ: ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ໄພ​ອັນຕະລາຍ​ແກ່​ສັງຄົມ ​ແລະ ປະ​ເທດ​ຊາດ​ຮຽກຮ້ອງ​ໃຫ້​ພາກັນ​ຢຸດຕິ​ໃນ​ທຸກ​ກໍລະນີ​ຢ່າງ​ສິ້ນ​ເຊີງ. ຖ້າ​ຜູ້​ໃດ​ຫາກ​ຍັງ​ເດີນ​ໜ້າ​ຝ່າຝືນ​ ຕໍ່​ໄປ​ຈະ​ມີ​ໂທດ​ມະ​ຫັນ​ຕາມ​ມາ ​ເພາະ​ຄວາມ​ບໍ່​ດີ​ອາດ​ຈະ​ຖືກ​ເປີດ​ເຜີຍ​ຍ້ອນ​ພະຍາ​ລີ້ນ​ກ່ານ​ມີ​ຕາ​ວິ​ເສດ, ມື​ເບື້ອງຊ້າຍ​ຖື​ກ້ອງຈຸລະທັດ​ສອດສ່ອງ​ແຕ່​ເທິງ​ລົງ​ລຸ່ມແຕ່​ລຸ່ມ​ຂຶ້ນ​ເທິງ, ມື​ເບື້ອງຂວາ​ຖື​ໄມ້ຄ້ອນ​ຕະບອງ​ເພັດ ຖ້າ​ຜູ້​ໃດ​ມີ​ດິນ​ຫລາຍ​ຕອນ, ມີ​ຄະ​ລື​ຫາດ​ຫລາຍ​ຫລັງ, ມີ​ເງິ​ນ​ເປັນຕື້​ເປັນ​ໂກດ​ຍ້ອນ​ການ​ສໍ້​ລາດ​ບັງ​ຫລວງ​ໄປ​ເຊື່ອງ​ໄວ້​ຢູ່​ໃສ ກ້ອງ​ວິ​ເສດ​ກໍ​ສາມາດ​ສ່ອງ​ເຫັນ ​ແລ້ວ​ນຳ​ມາ​ລົງ​ໂທດ​ເໝືອນ​ກັນ​ກັບ​ວ່າ​ມີ​ບຸນ​ແຕ່​ກຳ​ບັງ​ເປັນ​ການ​ກະທຳ​ທີ່​ບໍ່​ດີ​ຜີ​ເລີຍ​ຂາຍ​ໜ້າ. ດັ່ງນັ້ນ​​ແລ !.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ