1. ທ່ານຮັບຟັງທຸກຄົນໃນອົງກອນ ລວມເຖິງເປີດໂອກາດໃຫ້ພະນັກງານເວົ້າ ແລະ ແບ່ງປັນຄວາມຄິດເຫັນຂອງພວກເຂົາຫລືບໍ່ ?

     ຜູ້ນຳຈຳນວນຫລາຍບໍ່ຕ້ອງການຮັບຟັງຄວາມຄິດເຫັນ, ແນວຄິດ ແລະ ຂໍ້ສະເໜີແນະນຳກ່ຽວກັບທຸລະກິດ ຫລື ຄວາມເປັນຜູ້ນຳຂອງພວກເຂົາຈາກຄົນອື່ນ. ສຳລັບຜູ້ນຳປະເພດນີ້ພວກເຂົາສ້າງພາບລັກໃນແບບ ego-system ແທນທີ່ຈະເປັນ ecosystem ຜູ້ນຳທີ່ສາມາດຮັບຟັງຄົນອື່ນໄດ້ດີຈະມີທັດສະນະຄະຕິເປີດກ້ວາງ ແລະ ມີຄວາມຮັບຜິດຊອບສູງກ່ວາ ລວມເຖິງສາມາດແນມຫາຄວາມເປັນຈິງ ແລະ ຕອບສະໜອງຕໍ່ຄົນອື່ນໄດ້ຢ່າງເໝາະສົມ ພວກເຂົາຮັບຟັງເພື່ອເຂົ້າໃຈ ແລະ ເນັ້ນເປົ້າໝາຍສູ່ອະນາຄົດ.

2. ຜູ້ຄົນມີແຮງຈູງໃຈທີ່ຈະຕິດຕາມທ່ານຫລືບໍ່ ?

     ລອງສຳຫລວດອ້ອມໂຕທ່ານເບິ່ງວ່າມີຜູ້ຄົນອ້ອມຮອບໂຕຢູ່ຫລືບໍ່ ຫາກແມ່ນນັ້ນໝາຍເຖິງທ່ານແມ່ນຜູ້ນຳ, ແຕ່ຫາກບໍ່ແມ່ນ ກໍໝາຍເຖິງທ່ານຍັງບໍ່ແມ່ນຜູ້ນຳສຳລັບພວກເຂົາ. ຜູ້ນຳທີ່ດີນັ້ນຈະດຶງດູດຄົນອື່ນ ໂດຍທຳມະຊາດ ແລະ ສາມາດສ້າງແຮງຈູງໃຈໃຫ້ກັບຜູ້ຄົນທີ່ຢູ່ອ້ອມໂຕໄດ້.

3. ຜູ້ຄົນຕ້ອງການຮູ້ຂໍ້ມູນດ້ານເລິກ ຫລື ຖາມຄຳຖາມຈາກທ່ານຫລືບໍ່ ?

  ຜູ້ນຳປຽບດັ່ງຜູ້ຝຶກສອນ ຫລື ທີ່ປຶກສາ, ແຕ່ຫາກບໍ່ມີໃຜສົນໃຈຕັ້ງຄຳຖາມກັບທ່ານ ທ່ານຄວນຖາມໂຕເອງວ່າເຫດໃດຈຶ່ງເປັນແນວນັ້ນ ເປັນຍ້ອນທ່ານເຂົ້າເຖິງຍາກ ຫລື ຄົນອື່ນໆຢ້ານທີ່ຈະຕັ້ງຄຳຖາມກັບທ່ານແມ່ນຫລືບໍ່ ? ຫລື ເປັນຍ້ອນຄົນອື່ນຍັງບໍ່ຮູ້ສຶກເຊື່ອໃຈທ່ານໄດ້ຫລາຍພໍທີ່ຈະຖາມສິ່ງທີ່ພວກເຂົາສົງໄສ ? ການສຳຫລວດລະດັບຄວາມໄວ້ວາງໃຈຂອງຄົນອື່ນໆທີ່ມີຕໍ່ທ່ານອາດເບິ່ງໄດ້ຈາກຄໍາຂໍ, ຄຳຖາມ ຫລື ຄວາມກັງວົນທີ່ຄົນອື່ນເວົ້າກັບທ່ານ ບໍ່ວ່າຈະເປັນໃນທາງບວກ ຫລື ທາງລົບ.

 4. ທ່ານຍ້ອງຍໍຊົມເຊີຍຜູ້ອື່ນຫລືບໍ່ ?

     ຜູ້ນຳທີ່ດີຈະມີວິທີການຫລາກຫລາຍໃນການສະແດງຄວາມຍ້ອງຍໍຊົມເຊີຍຜູ້ຄົນທີ່ຢູ່ອ້ອມໂຕ ເພື່ອສະແດງຄວາມຂອບໃຈສຳລັບການເຮັດວຽກໜັກຂອງພະນັກງານ ທ່ານອາດໃຊ້ວິທີຂຽນຂໍ້ຄວາມເພື່ອຂອບໃຈດ້ວຍໂຕເອງ ຫລື ໃຊ້ວິທີການຍ້ອງຍໍຊົມເຊີຍປະສິດທິພາບການເຮັດວຽກຂອງພວກເຂົາ ອາດໃຊ້ວິທີການໃຫ້ລາງວັນທີ່ພວກເຂົາສົມຄວນໄດ້ຮັບ ເຊັ່ນ : ມື້ພັກສ່ວນໂຕ, ການປັບເງິນເດືອນ ຫລື ອະນຸຍາດໃຫ້ເຮັດວຽກຈາກຢູ່ເຮືອນໄດ້ເປັນເວລາ 1 ອາທິດ ເປັນຕົ້ນ ບໍ່ວ່າທ່ານຈະໃຊ້ວິທີໃດ ຂໍພຽງແຕ່ສາມາດສື່ສານໄດ້ຢ່າງຈະແຈ້ງວ່າ ຮູ້ສຶກຂອບໃຈພະນັກງານ ແລະ ວຽກທີ່ພວກເຂົາເຮັດກໍພຽງພໍແລ້ວ.

     5. ທ່ານຕັ້ງໃຈຊ່ວຍພັດທະນາຄຸນນະພາບຊີວິດຂອງພະນັກງານຫລືບໍ່ ?

    ສຸດທ້າຍ ເພື່ອການຍົກລະດັບອິດທິພົນ ແລະ ຜົນກະທົບຂອງທ່ານທີ່ສົ່ງຜົນຕໍ່ຜູ້ອື່ນຢ່າງຈິງຈັງ ໃນຖານະຜູ້ນຳ ທ່ານຕ້ອງຈື່ໄວ້ວ່າ ຄວາມເປັນຜູ້ນຳນັ້ນແມ່ນການບໍລິການ ແລະ ເຮັດໃຫ້ຊີວິດຄົນທີ່ຢູ່ອ້ອມໂຕດີຂຶ້ນ ຫາກທ່ານຊ່ວຍພະນັກງານໃຫ້ສາມາດພັດທະນາຕົນເອງ, ແກ້ໄຂບັນຫາ ແລະ ອຸປະສັກທີ່ພວກເຂົາພົບພໍ້ ຈົນກະທັ້ງສາມາດເຮັດວຽກໄດ້ສຳເລັດ ທ່ານກໍຈະສາມາດສ້າງແຮງບັນດານໃຈ ເຮັດໃຫ້ພະນັກງານເກີດຄວາມເຊື່ອໝັ້ນ, ຄວາມຕັ້ງໃຈ ແລະ ເຮັດໃຫ້ພວກເຂົາເກີດຄວາມຈົງຮັກພັກດີໄດ້ໃນທີ່ສຸດ.

     ລອງຕັ້ງຄຳຖາມທັງ 5 ຂໍ້ນີ້ກັບໂຕເອງ ເພື່ອສຳຫລວດຄວາມເປັນຜູ້ນຳໃນໂຕທ່ານ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ