ລາວ-ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊີນຂອງ
ສະຫາຍ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ
ຫວຽດນາມ,
ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ໄປຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ
ຄັ້ງທີ 6
ປະຈໍາປີ 2019 ແລະ
ເຂົ້າຮ່ວມກອງປະຊຸມສະໄໝສາມັນ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ປະຈຳປີ 2019
ທີ່ ສສ. ຫວຽດນາມ ໃນລະຫວ່າງວັນທີ 23-27
ທັນວານີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ
ລາວ-ຫວຽດນາມ
ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 25 ທັນວາ ທີ່ ແຂວງກວາງນິ່ງ ສສ. ຫວຽດນາມ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ໂດຍມີຄະນະຜູ້ແທນຈາກບັນດາກົມກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມ. ກອງປະຊຸມສອງຝ່າຍໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງຝ່າຍໃນທຸກຂົງເຂດໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.


ສອງຝ່າຍໄດ້ຕີລາຄາສູງໃນຕະຫຼອດ 1
ປີຜ່ານມາ ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ໂດຍສະເພາະການພົວພັນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຄ້າ-ການລົງທຶນ, ດ້ານພະລັງງານ ແລະ ບໍ່ແຮ່, ວັດທະນະທຳ-ສັງຄົມ, ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ທັງສູນກາງ
ແລະ ທ້ອງຖິ່ນ ໄດ້ມີຂຶ້ນຢ່າງເປັນປົກກະຕິ, ການປະຕິບັດບັນດາຂໍ້ຕົກລົງ ແລະ ການຕົກລົງສອງຝ່າຍໄດ້ຮັບການເອົາໃຈໃສ່ຢ່າງເປັນຮູບປະທຳ
ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ການລົງທຶນຂອງຫວຽດນາມຢູ່ລາວແມ່ນຢູ່ໃນອັນດັບທີ 3 ຂອງບັນດາປະເທດທີ່ມາລົງທຶນຢູ່ລາວ, ນັກລົງທຶນຂອງລາວເອງກໍມີຄວາມສົນໃຈທີ່ຈະໄປລົງທຶນຢູ່ຫວຽດນາມ ແລະ ໃນຕໍ່ໜ້າ ສອງຝ່າຍຈະໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃຫ້ນັບມື້ເພີ່ມຂຶ້ນທັງປະລິມານ
ແລະ ຄຸນນະພາບ.

ນອກນີ້, ສອງຝ່າຍຍັງໄດ້ຕີລາຄາສູງ ແລະ ທົບທວນຄືນຜົນການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໃນຊຸມປີຜ່ານມາ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ຂັ້ນເທິງໃນການພົວພັນສອງຝ່າຍ, ເປັນໃຈກາງສຳຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຕ່າງໆໃຫ້ປາກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ສອງຝ່າຍຕີລາຄາສູງການຮ່ວມມືດ້ານວຽກງານຊາຍແດນທີ່ສອງຝ່າຍ ໄດ້ເອົາໃຈໃສ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຮອບດ້ານ ເພື່ອເຮັດໃຫ້ເຂດຊາຍແດນ ລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ, ມີການພັດທະນາແບບຮອບດ້ານ ແລະ ຍືນຍົງ ກໍຄືການຮ່ວມກັນແກ້ໄຂບັນຫາຄົງຄ້າງຕ່າງໆ ແລະ ໃນວັນທີ 26 ທັນວາ ສອງຝ່າຍໄດ້ຈັດກອງປະຊຸມສາມັນປະຈໍາປີ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ເພື່ອສະຫຼຸບການປະຕິບັດວຽກງານຊາຍແດນໃນໜຶ່ງປີຜ່ານມາ ກໍຄືການແກ້ໄຂບັນຫາການເຄື່ອນຍ້າຍ ແລະ ແຕ່ງດອງບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ຕາມບໍລິເວນຊາຍແດນ. ນອກນີ້, ສອງຝ່າຍກໍຍັງໄດ້ຮ່ວມກັນຈັດກອງປະຊຸມສໍາມະນາໃນຫົວຂໍ້ “ວຽກງານການທູດເສດຖະກິດຂອງ ຫວຽດນາມ-ລາວ ພາຍໃຕ້ສະພາບການໃໝ່” ແລະ ໄດ້ຮ່ວມກັນລົງນາມໃນແຜນປະຕິບັດງານຮ່ວມມືດ້ານການທູດເສດຖະກິດ ໄລຍະປີ 2020-2025 ຊຶ່ງຈະເປັນພື້ນຖານອັນດີໃຫ້ແກ່ການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະໃໝ່.
ໃນໄລຍະການຢ້ຽມຢາມຄັ້ງນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກ ລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ຊຶ່ງການນຳຂັ້ນສູງຂອງຫວຽດນາມໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບົດບາດຂອງສອງກະຊວງການຕ່າງປະເທດທີ່ໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດໄລຍະຜ່ານມາໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

