ທ້າຍເດືອນທັນວານີ້ອາກາດຈະເຢັນລົງເລັກໜ້ອຍ

   ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນ​ໄລຍະທ້າຍເດືອນ​ທັນວານີ້, ອາກາດຢູ່ປະເທດເຮົາຈະເຢັນລົງເລັກໜ້ອຍ ແລະ ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ພາກ​ເໜືອ, ເນື່ອງຈາກຄວາມ​ກົດ​ດັນ​ຂອງ​ອາກາດ​ເຢັນ​ທີ່​ປະ​ເທດ​ຈີນ​ ຈະ​ເພີ່ມ​ກຳລັງ​ແຮງ​ຂຶ້ນ​ເລັກ​ໜ້ອຍ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ​ລາວ.

  ສໍາລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​​ແຂວງ​ຜົ້ງສາລີ, ຫົວພັນ ​ແລະ ຊຽງ​ຂວາງ ຈະ​ມີ​ຝົນຕົກ​ກະຈາຍ​ໃນ​ລະດັບ​ຄ່ອຍ ​ແລະ ອຸນຫະພູມ​ອາກາດ​ຈະ​ເຢັນ​ລົງ 1-2 ອົງສາ, ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ ອຸນຫະພູມແຕ່ 8-27 ອົງສາ. ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ ແຂວງ​ຫລວງ​ນ້ຳທາ, ອຸດົມ​ໄຊ​, ບໍ່ແກ້ວ, ຫລວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ ອຸນຫະພູມແຕ່ 16-33 ອົງສາ. ພາກ​ກາງ ​ອາກາດ​ເຢັນ​ໃນ​ຕອນ​ກາງຄືນ​ຫາ​ຕອນ​ເຊົ້າ, ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ ​ແລະ ອາກາດ​ຈະ​ຮ້ອນ​ຂຶ້ນ​ໃນ​ຕອນ​ບ່າຍ. ອຸນຫະພູມ​ແຕ່ 16-33 ອົງສາ ແລະ ພາກ​ໃຕ້ ​ອາກາດ​ຈະ​ເຢັນ​ໃນ​ຕອນ​ກາງຄືນ​ຫາ​ຕອນ​ເຊົ້າ, ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ ​ແລະ ອາກາດ​ຈະ​ຮ້ອນ​ຂຶ້ນ​ໃນ​ຕອນ​ບ່າຍ​ຢູ່​ທົ່ວ​ໄປ ອຸນຫະພູມແຕ່ 17-34 ອົງສາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ