ເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຫາລືການຮ່ວມມືຫຼາຍດ້ານ

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ສະໄໝພິເສດ, ໄດ້ຈັດຂຶ້ນໃນວັນທີ 24 ທັນວາ ນີ້, ທີ່ຫ້ອງວ່າການແຂວງສາລະວັນ, ​ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສປປ ລາວ.

ເພື່ອທົບທວນຄືນການຈັດຕັ້ງປະຕິບັດຜົນກອງປະຊຸມ ຄະນະກຳມະການປະ ສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ໃນເດືອນມີນາ 2019 ທີ່ ກຳປູເຈຍ ແລະ ໄດ້ປຶກສາຫາລື ກ່ຽວກັບບັນດາເອກະສານ ແລະ ເນື້ອໃນທີ່ສຳຄັນ ໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV ຄັ້ງທີ 11 ໃນເດືອນມີນາ 2020 ທີ່ນະຄອນຫລວງວຽງຈັນ, ໄດ້ຮັບຊາບຄວາມຄືບໜ້າ ຂອງການຮ່າງແຜນພັດທະນາການທ່ອງທ່ຽວ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສາມປະເທດ ໃຫ້ສືບຕໍ່ເຮັດວຽກຮ່ວມກັນ    ເພື່ອໃຫ້ສຳເລັດ ບັນດາເອກະສານສຳຄັນ ຄື: ຮ່າງບົດສຶກສາແຜນພັດທະນາອຸດສາຫະກຳຢາງພາລາ ຢູ່ ເຂດສາມຫລ່ຽມພັດທະນາ CLV ແລະ ຮ່າງບົດທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາ ເສດ ຖະກິດ-ສັງຄົມ ເຂດສາມຫລ່ຽມພັດທະນາ CLV 2010-2020 ແລະ ຮ່າງສະບັບປັບປຸງ 2020-2030, ການຈັດຕັ້ງຜັນຂະຫຍາຍສັນຍາ ວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ໃນເຂດ CLV DTA ແລະ ການຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດເສດຖະກິດ CLV ຮອດປີ 2030. ພ້ອມທັງປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV        ຄັ້ງທີ 11 ເປັນຕົ້ນແມ່ນ ຮ່າງແຜນການເຄື່ອນໄຫວ, ວາລະ ແລະ ຮ່າງຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11. ໃນປີ 2019 ນີ້ ກໍແມ່ນປີທີ່ມີຄວາມໝາຍສໍາຄັນ ຂອງການສ້າງຕັ້ງ ຂອບການຮ່ວມມື ເຂດສາມຫລ່ຽມພັດທະນາ CLV ຄົບຮອບ 20 ປີ  (20 ຕຸລາ 1999-20 ຕຸລາ 2019) ແລະ ເພື່ອເປັນການສະເຫລີມສະຫລອງໂອກາດສຳຄັນດັ່ງກ່າວ, ຈຶ່ງໄດ້ປຶກສາຫາລື ຈັດກິດຈະກຳຮ່ວມກັນ ໃນໄລຍະກອງປະຊຸມສຸດຍອດ CLV ຄັ້ງທີ 11 ເປັນຕົ້ນ: ການຈັດວາງສະແດງຮູບພາບຜົນງານ ແລະ ການເຄື່ອນໄຫວ ຕະຫລອດໄລຍະ 20 ປີ ຂອງ ຂອບການຮ່ວມມື ເຂດສາມຫລ່ຽມພັດທະນາ CLV ແລະ ການພິມເຜີຍແຜ່ບົດຄວາມ ຜົນງານການເຄື່ອນໄຫວ 20 ປີ ຂອງ CLV ໂດຍຜ່ານສື່ມວນຊົນຂອງແຕ່ລະປະເທດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ