ນະຄອນຫລວງວຽງຈັນ ຈະສະໜອງຊີ້ນໝູໃຫ້ພຽງພໍໃນໄລຍະສະຫລອງຕ້ອນຮັບປີໃໝ່ສາກົນ

    ປັດຈຸບັນ, ຄວາມຕ້ອງການອາຫານໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020, ແມ່ນມີເພີ່ມຂຶ້ນ, ກ່ອນໜ້ານີ້, ການສະໜອງຊີ້ນໃຫ້ຕະຫລາດ ຂອງໂຮງງານຂ້າສັດຢູ່ ໂດຍສະເພາະໝູມີພຽງ 300 ໂຕ/ວັນ, ແຕ່ໃນໄລຍະປີໃໝ່ນີ້ໄດ້ມີຄວາມຕ້ອງການເພີ່ມຂຶ້ນຫລາຍເຖິງ 30% ຈຶ່ງໄດ້ເພີ່ມການຂ້າສັດຫລາຍຂຶ້ນເພື່ອສະໜອງຊີ້ນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. ດັ່ງທ່ານຄຳຫລ້າ ແສງດາລາ ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2020, ທາງໂຮງງານຂ້າສັດດອນດູພວກເຮົາ ໄດ້ເອົາໃຈໃສ່ໃນການຮັກສາຄວາມສະອາດ ເພື່ອເຮັດໃຫ້ການສະໜອງຊີ້ນ ໃຫ້ສັງຄົມຢ່າງພຽງພໍ ແລະ ປອດໄພ, ປັດຈຸບັນ ໄດ້ເພີ່ມການຂ້າສັດຈາກ 300 ມາເປັນ 450 ໂຕຕໍ່ມື້ ແລະ ຄາດວ່າ ໃນວັນທີ 29-31 ທັນວາ ນີ້ ຈະເພີ່ມຂຶ້ນເຖິງ 600 ໂຕຕໍ່ມື້

    ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໝູທີ່ນຳມາຂ້າແຕ່ລະມື້ແມ່ນໄດ້ຜ່ານການກວດກາຈາກໜ່ວຍງານສັດຕະວະແພດ ເພື່ອປ້ອງກັນພະຍາດຕ່າງໆ ເປັນຕົ້ນແມ່ນພະຍາດອະຫິວາໝູ ແລະ ພະຍາດ ອື່ນໆ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ