ຍ້ອນຫຍັງ ຫລາຍປະເທດຈຶ່ງໃຊ້ວິທີສ້າງອ່າງເກັບນ້ຳ ເພື່ອປ້ອງກັນໄພນ້ຳຖ້ວມ ແລະ ແຫ້ງແລ້ງ

ໄພທຳມະຊາດ ໂດຍສະເພາະໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງແມ່ນເກີດຂຶ້ນທຸກປີ ແລະ ຜູ້ຊ່ຽວຊານດ້ານອຸຕຸນິຍົມ ແລະ ອຸທົກກະສາດສາກົນກໍຄາດຄະເນວ່າ: ໄພທຳມະຊາດຈະເກີດຖີ່ຂຶ້ນ ແລະ ຮຸນແຮງຂຶ້ນໄປອີກໃນອະນາຄົດ ເນື່ອງຈາກສະພາວະໂລກຮ້ອນ ອັນໄດ້ເຮັດໃຫ້ຄວາມສົມດູນຂອງສະພາບອາກາດມີການປ່ຽນແປງ ເຊັ່ນວ່າລະດູໜາວບໍ່ໜາວ ແລະ ກົງກັນຂ້າມ ລະດູຮ້ອນຍິ່ງຮ້ອນ ແລະ ແຫ້ງແລ້ງ ຍ້ອນວ່າໃນລະດູຝົນ ປະລິມານຝົນຕົກໜ້ອຍຜິດປົກກະຕິ ເຮັດໃຫ້ເກີດໄພແລ້ງໃນເຂດລຸ່ມແມ່ນ້ຳຂອງ ແລະ ໃນປີ 2019 ນີ້ ຢູ່ປະເທດລາວເຮົາພັດເກີດໄພນ້ຳຖ້ວມຢູ່ພາກໃຕ້, ກົງກັນຂ້າມ ຢູ່ພາກກາງ ແລະ ພາກເໜືອພັດປະສົບໄພແຫ້ງແລ້ງ.
ຕໍ່ສະພາບດັ່ງກ່າວ ຫລາຍປະເທດທີ່ມີການພັດທະນາ ເຂົາເຈົ້າໄດ້ໃຊ້ວິທີການສ້າງອ່າງເກັບນ້ຳຂະໜາດໃຫຍ່ເຊັ່ນ: ສະຫະລັດອາເມລິກາມີອ່າງເກັບນ້ຳຂະໜາດໃຫຍ່ຢູ່ບັນດາລັດຕ່າງໆ ພ້ອມທັງມີລະບົບບໍລິຫານຈັດການນ້ຳຫລາຍກວ່າ 100 ປີ, ສປ ຈີນ ໄດ້ສ້າງເຂື່ອນຂະໜາດໃຫຍ່ໃນແມ່ນ້ຳຢາງຊີຈຽງ ເຊິ່ງສາມາດປ້ອງກັນໄພນ້ຳຖ້ວມ ແລະ ມີນ້ຳພຽງພໍຕໍ່ການຜະລິດໃນເວລາເກີດໄພແຫ້ງແລ້ງ, ຍີ່ປຸ່ນ ໄດ້ສ້າງອຸໂມງຂະໜາດໃຫຍ່ຢູ່ໃຕ້ດິນນະຄອນຫລວງໂຕກຽວ ເພື່ອປ້ອງກັນໄພນ້ຳຖ້ວມ ເຊິ່ງພວກເຮົາກໍເຫັນເຖິງປະສິດທິພາບຂອງອຸໂມງດັ່ງກ່າວ ຫລັງຈາກຍີ່ປຸ່ນໄດ້ຖືກຊຸບເປີພາຍຸພັດຖະຫລົ່ມໃນທ້າຍປີນີ້, ປາກົດວ່ານ້ຳໄດ້ຖ້ວມເປັນບໍລິເວນກວ້າງຢູ່ຫລາຍເມືອງໃນປະເທດຍີ່ປຸ່ນ ແຕ່ບໍ່ດົນກໍສາມາດແກ້ໄຂບັນຫານ້ຳຢ່າງມີປະສິດທິຜົນ. ນອກນີ້ ຢູ່ປະເທດນອກແວ, ສະວິດ, ຝຣັ່ງ ແລະ ຫລາຍປະເທດໃນເອີຣົບ ກໍສ້າງອ່າງເກັບນ້ຳຂະໜາດໃຫຍ່ເຊັ່ນກັນ.
ນີ້ແມ່ນບົດຮຽນທີ່ປະເທດພວກເຮົາຕ້ອງໄດ້ສຶກສາ ເພື່ອເປັນແນວທາງໃນການປ້ອງກັນໄພນ້ຳຖ້ວມ ແລະ ແຫ້ງແລ້ງທີ່ປະເທດເຮົາໄດ້ປະສົບພົບພໍ້ທຸກປີ. ຖ້າເຮົາມີການປ້ອງກັນໄພທຳມະຊາດທີ່ດີຈະຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ເປັນພື້ນຖານໃຫ້ການພັດທະນາເສດຖະກິດ-ສັງຄົມມີຄວາມເຂັ້ມແຂງ ແລະ ຍືນຍົງ.

