ຊາວໜຸມລາວເຂົ້າຮ່ວມໃຈບໍລິຈາກເລືອດ

ໃນວັນທີ 20 ທັນວາ ນີ້, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບ ອົງການກາແດງລາວ ໄດ້ສ້າງຂະບວນການບໍລິຈາກເລືອດ ເພື່ອສະເຫຼີມສະຫຼອງ ວັນຊາດທີ 2 ທັນວັນ (2/12/1975-2/12/2019) ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ (13/12/1920-13/12/2019) ຄົບຮອບ 99 ປີ ຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ຜູ້ຕາງໜ້າສູນກາງຊາວໜຸ່ມລາວ, ມີບັນດາພະນັກງານ, ນັກຮຽນ-ນັກສຶກສາ ແລະ ມວນຊົນເຂົ້າຮ່ວມບໍລິຈາກເລືອດເປັນຈໍານວນຫຼາຍ.

ທ່ານຮອງຫົວໜ້າກົມຂະບວນການຊາວໜຸ່ມ ສຊປລ ໄດ້ກ່າວວ່າ: ກິດຈະກໍາບໍລິຈາກເລືອດຄັ້ງນີ້ ຈັດຂຶ້ນເພື່ອຊົມເຊີຍສອງວັນສໍາຄັນດັ່ງກ່າວ, ທັງເປັນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດ 7 ແຜນງານ, 40 ໂຄງການ ທີ່ຮັບຮອງໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII (2016-2020) ໂດຍສະເພາະ ໂຄງການປູກຈິດສໍານຶກ ແລະ ໂຄງການໃຫ້ຄໍາປຶກສາ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຊາວໜຸ່ມ-ເຍົາວະຊົນ ແລະ ເປັນອີກກິດຈະກໍາໜຶ່ງຂອງບຸນມະໂຫລານຊາວໜຸ່ມ ທີ່ຈະໄດ້ຈັດຂຶ້ນໃນຕົ້ນປີ 2020 ນີ້ອີກດ້ວຍ.

ດັ່ງທີ່ຮັບຮູ້ນໍາກັນແລ້ວວ່າ ເລືອດ ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດຕໍ່ມະນຸດ, ຊຶ່ງໃນປັດຈຸບັນຍັງມີຫຼາຍຊີວິດຢູ່ໃນໂລກ, ເວົ້າສະເພາະກໍແມ່ນຢູ່ປະເທດລາວເຮົາ ທີ່ຈໍາເປັນຕ້ອງອາໄສການໃສ່ເລືອດເພື່ອຄວາມຢູ່ຫຼອດຂອງຊີວິດ, ເມື່ອເປັນເຊັ່ນນັ້ນ ການປຸກລະດົມການບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງຜົນຕອບແທນເປັນຂະບວນການບໍລິຈາກເລືອດທີ່ເຕັມໄປດ້ວຍຄວາມເອື້ອອາທອນ ແລະ ເປັນບຸນກຸສົນອັນຍິ່ງໃຫຍ່ ຂອງຊາວໜຸ່ມ ທີ່ມີບົດບາດ ແລະ ຄວາມສໍາຄັນຫຼາຍຕໍ່ສັງຄົມ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ. ຕາມສະຖິຕິການບໍລິຈາກເລືອດໃນໄລຍະຜ່ານມາ ເຫັນວ່າມີອາສາສະໝັກຊາວໜຸ່ມ ແມ່ນເປັນກໍາລັງແຮງໃນການບໍລິຈາກເລືອດທີ່ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງການບໍລິຈາກເລືອດແຫ່ງຊາດໃນແຕ່ລະປີ, ຂະບວນການບໍລິຈາກເລືອດໄດ້ຊ່ວຍຊີວິດຫຼາຍລ້ານຄົນໃນແຕ່ລະປີ ແລະ ເລືອດໄດ້ສ້າງຮອຍຍີ້ມທີ່ມີຄວາມສຸກ ຂອງຜູ້ໄດ້ຮັບການປິ່ນປົວ, ການສົ່ງເລືອດໄດ້ຊ່ວຍໃຫ້ສຸຂະພາບຂອງຄົນເຈັບທີ່ໄດ້ຮັບຄວາມທໍລະມານຈາກພະຍາດຮ້າຍແຮງຕ່າງໆດີຂຶ້ນ, ຊ່ວຍໃຫ້ເຂົາເຈົ້າມີຊີວິດຍືນຍາວ ແລະ ມີຄຸນນະພາບຊີວິດດີຂຶ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ