ຫວຽດນາມ ​ແລະ ອາ​ເມ​ລິ​ກາ ສະ​ເຫຼີມສະຫຼອງ 25 ປີ​ແຫ່​ງວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ

ລູກເມືອງພວນ

ບ່າຍວັນທີ 18 ທັນວານີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຂຶ້ນຢ່າງ​ຟົດຟື້ນ.

ໃນພິທີດັ່ງກ່າວ ທ່ານ ບຸ່ຍແທັງເຊີນ ໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມື; ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຜົນຮ້າຍຫຼັງສົງຄາມ.

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ດາວິດ ສະຕີແວນ ຢືນຢັນຄືນວ່າ: ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ – ອາເມລິກາ ແລະ ໝັ້ນໝາຍວ່າຈະໃຫ້ການສະໜັບສະໜູນແກ່ຫວຽດນາມ ເພື່ອໃຫ້ຫວຽດນາມມີຄວາມເຂັ້ມແຂງ, ມີຄວາມເປັນເອກະລາດ, ວັດທະນາຖາວອນ ແລະ ມີຄວາມຫວັງວ່າ ຢາກຊຸກຍູ້ການພົວພັນ ລະຫວ່າງສອງປະເທດ ໃຫ້ມີການພັດທະນາຢ່າງມີປະສິດທິຜົນ ໃນຕໍ່ໜ້າ; ອາເມລິກາ ຢືນຢັນ ແຜນນະໂຍບາຍຂອງຕົນວ່າ: ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສິດເສລີພາບ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນ ໃນທະເລຕາເວັນອອກ, ຕ້ອງແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ ຜ່ານກົດໝາຍສາກົນ. 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ