ສະໂມສອນລາວໂຕໂຢຕ້າ ຫວັງສ້າງຜົນງານໂດດເດັ່ນໃນການແຂ່ງຂັນບານເຕະ AFC Cup 2020

ພາຍຫຼັງການຈັບສະຫຼາກຮອບແບ່ງກຸ່ມ AFC Cup 2020 ສະໂມສອນບານເຕະລາວໂຕໂຢຕ້າຢູ່ໃນກຸ່ມ F ປະກອບມີ : ສະໂມສອນໂຮຈີມິນເອຟຊີ(ຫວຽດນາມ),ສະໂມສອນ Hougang United FC(ສິງກະໂປ),ແລະທີມຜູ້ຊະນະຈາກການແຂ່ງຂັນຮອບຄັດເລືອກຄືທີມຈາກມຽນມາແລະບຣູໄນ

ຕໍ່ຜົນຈັບສະຫຼາກດັ່ງກ່າວ ທ່ານ ສອນນະລີນ ນ້ອຍດາລາ ຜູ້ຊ່ວຍຜູ້ຈັດການທີມລາວໂຕໂຢຕ້າໄດ້ໃຫ້ຮູ້ວ່າການກຽມຄວາມພ້ອມຂອງທີມທີ່ຈະເຂົ້າໄປແຂ່ງຂັນລາຍການ AFC Cup 2020 ປັດຈຸບັນທີມມີຄວາມພ້ອມ​ເປັນ​ຢ່າງ​ດີໂດຍກຽມຄັດເລືອກນັກເຕະທີ່ດີທີ່ສຸດພ້ອມດຽວກັນນັ້ນທາງສະໂມສອນຍັງວາງແຜນທີ່ຈະດືງຜູ້ຫລິ້ນໜ້າໃໝ່ເຂົາມາເສີມທີມເພື່ອຍົກລະດັບມາດຕະຖານທີມໃຫ້ສູງຂື້ນແລະຍັງວາງແຜນກຽມຄວາມພ້ອມຕໍ່ການແຂ່ງຂັນລາຍການ ລີໂອ ພຣີຊີຊັ່ນ 2020 ທີ່ຈະຈັບສະຫຼາກແລະແຂ່ງຂັນໃນໄວໆນີ້

ທ່ານ ສອນນະລີນ ນ້ອຍດາລາ ໃຫ້ຮູ້ອີກວ່າ ຜົນງານຂອງທີມທີ່ເຮັດໄດ້ດີທີສຸດໃນລາຍການ AFC Cup ຄືຮອບແບ່ງກຸ່ມແລະຕໍ່ໜ້ານີ້ທາງສະໂມສອນຈະສ້າງຜົນງານໃຫ້ດີຂື້ນກວ່າເກົ່າຫວັງຈະສ້າງປະຫວັດສາດຜ່ານເຂົ້າໄປຮອບ​ເລິກໆໃຫ້ໄດ້. ນັດທຳອິດຂອງລາຍການ AFC Cup 2020 ສະໂມສອນລາວໂຕໂຢຕ້າຈະພົບກັບທີມສະໂມສອນໂຮຈີມິນເອຟຊີ(ຫວຽດນາມ)ໃນວັນທີ 26/02/2020 ທີ່​ຈະ​ມາ​ເຖິງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ