ສະຫລຸບ 16 ສະໂມສອນ ເຂົ້າຮອບນ໊ອກເອົາ ຢູຟາ ແຊມປ້ຽນລີກ ຈັບສະຫລາກ 16 ທັນວານີ້

ການແຂ່ງຂັນເຕະບານ ຢູຟາ ແຊມປ້ຽນລີກ (UCL) ລະດູການ 2019-20 ຮອບແບ່ງກຸ່ມໄດ້ສຳເລັດເມື່ອວັນທີ 10 ແລະ 11 ທັນວານີ້ ໄດ້ 16 ທີມສຸດທ້າຍ ເຊິ່ງການຈັບສະຫລາກຮອບ 16 ທີມແບ່ງເປັນ 2 ໂຖ, ໂຖທີ 1 ແມ່ນທີມທີ່ເປັນທີໜຶ່ງຂອງ 8 ກຸ່ມ ແລະ ໂຖທີ 2 ແມ່ນທີມທີ່ເປັນທີສອງຂອງ 8 ກຸ່ມ. ໝາຍວ່າທີໜຶ່ງຂອງແຕ່ລະກຸ່ມບໍ່ພົບກັນເດັດຂາດໃນຮອບ 16 ທີມ ແລະ ທີສອງຂອງແຕ່ລະກຸ່ມກໍຈະບໍ່ພົບກັນໃນຮອບ 16 ທີມ ລວມໄປເຖິງທີ 1 ແລະ ທີ 2 ຂອງກຸ່ມດຽວກັນຮອບແບ່ງກຸ່ມຜ່ານມາກໍຈະບໍ່ພົບກັນໃນຮອບ 16 ທີມ. ພ້ອມກັນນີ້ ທີມສັນຊາດດຽວກັນກໍຈະບໍ່ພົບກັນເດັດຂາດ. ຕົວຢ່າງ: ທີມຈາກອັງກິດ ແລະ ແອັສປາຍ ທີ່ເຂົ້າມາຮອບນີ້ປະເທດລະ 4 ທີມ.
ໂຖທີ 1 ແມ່ນທີມທີ່ເປັນທີໜຶ່ງຂອງ 8 ກຸ່ມປະກອບມີ: ປາຣີສ ແຊງ-ແຊກແມງ, ບາເຢິນ ມິວນິກ, ແມນເຊັສເຕີ ຊິຕີ້, ຢູເວນຕຸສ, ລິເວີພູລ, ບາເຊໂລນາ, ອາຣແບໄລຊິກ ແລະ ບາເລັນເຊຍ. ໂຖທີ 2 ແມ່ນທີມທີ່ເປັນທີສອງຂອງ 8 ກຸ່ມປະກອບມີ: ຣີລ ມາດຣິດ, ສະເປີ, ອັດຕາລັນຕ້າ, ແອັດເລຕິໂກ້ ມາດຣິດ, ນາໂປລີ, ດັອດມູນ, ລີຢົງ ແລະ ເຊລຊີ.
ການຈັບສະຫລາກຮອບ 16 ທີມຈະມີຂຶ້ນໃນວັນທີ 16 ທັນວານີ້ ທີ່ສຳນັກງານໃຫຍ່ສະຫະພັນບານເຕະເອີຣົບ ຢູ່ເມືອງນີອົງ ປະເທດສະວິດເຊີແລນ ເວລາ 18:00 ໂມງ ຕາມເວລາໃນປະເທດລາວ ແລະ ການແຂ່ງຂັນຮອບ 16 ທີມ ນັດທີ 1 ຈະແຂ່ງຂັນໃນວັນທີ 18-19 ແລະ 25-26 ກຸມພາ 2020, ນັດທີ 2 ຈະແຂ່ງຂັນໃນວັນທີ 10-11 ແລະ 17-18 ມີນາ 2020.

