ທ່ານ ນາຍົກລັດຖະມົນຕີ ເນັ້ນບາງວຽກງານໃຫ້ສູນກາງຊາວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມຕ້ອງໄດ້ເອົາໃຈໃສ່

    ໃນໂອກາດເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງສະມາຄົມນັກທຸລະກິດໜຸ່ມແຫ່ງລາວ ທີ່ໄດ້ຈັດຂຶ້ນໃນວັນທີ 11 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນບາງວຽກງານໃຫ້ສູນກາງຊາວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມ ພ້ອມຜູ້ປະກອບການລາວຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນໃຫ້ສູນກາງຊາວໜຸ່ມທຸກຂັ້ນສືບຕໍ່ຊີ້ນໍາ-ນໍາພາຊ່ວຍເຫຼືອຢ່າງໃກ້ສິດ, ສືບຕໍ່ເຜີຍແຜ່ພາລະບົດບາດຂອງສະມາຄົມດັ່ງກ່າວ, ຍົກໃຫ້ເຫັນຜົນງານຄວາມສໍາຄັນຂອງຜູ້ປະກອບການຕໍ່ການພັດທະນາເສດຖະກິດ ແລະ ສະມາຄົມນັກທຸລະກິດໜຸ່ມແຕ່ລະຂັ້ນຕ້ອງໄດ້ສຸມໃສ່ການພັດທະນາອົງກອນໃຫ້ມີຄວາມເຂັ້ມແຂງຮອບດ້ານ ໃຫ້ສົມກັບຄຳວ່າເປັນນັກທຸລະກິດປະຕິວັດປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາປະເທດຊາດ. ພ້ອມທັງສຶບຕໍ່ສົ່ງເສີມຫົວຄິດປະດິດສ້າງຂອງຊາວໜຸ່ມໃຫ້ເກີດມີຜະລິດລິດຕະພັນໃຫມ່ໆ, ການບໍລິການໃຫມ່ໆ. ສາມາດສົ່ງອອກສູ່ຕ່າງປະເທດໄດ້.

ນອກນີ້ຕ້ອງສືບຕໍ່ເອົາໃຈໃສ່ ໃນການເຕົ້າໂຮມຄວາມສາມັກຄີຂອງຜູ້ປະກອບການໃນຂອບເຂດທົ່ວປະເທດ ໃຫ້ກາຍເປັນຄູ່ຮ່ວມມື, ສ້າງຄວາມເຂັ້ມແຂງໃນການແຂ່ງຂັນ ຢູ່ເວທີສາກົນໄດ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ