3 ປີ ປະຊາຊົນ 12 ບ້ານຢູ່ເມືອງທ່າແຕງໄດ້ມີຊີວິດການເປັນຢູ່ດີຂຶ້ນຈາກໂຄງການພັດທະນາກະສິກໍາຊຸມຊົນ

      ຈາກຜົນສຳເລັດໃນການປະຕິບັດກິດຈະກຳໄລຍະ II ຂອງໂຄງການພັດທະນາກະສິກຳຊຸມຊົນຢູ່ເມືອງທ່າແຕງ ແຂວງເຊກອງ ແຕ່ປີ 2017-2019 ໂດຍສົ່ງຜົນເຮັດໃຫ້ປະຊາຊົນ 12 ບ້ານເປົ້າໝາຍໄດ້ມີຊີວິດການເປັນຢູ່ດີຂຶ້ນ.

     ທ່ານ ຈຳປາທອງ ຄຳມະນີວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າແຕງ ຕາງໜ້າຜູ້ປະສານງານໂຄງການຂັ້ນເມືອງ ກ່າວໃນໂອກາດເຂົ້າຮ່ວມພິທີປິດໂຄງການພັດທະນາກະສິກຳຊຸມຊົນໄລຍະ II ໃນວັນທີ 5 ທັນວານີ້ວ່າ: ໂຄງການພັດທະນາກະສິກຳຊຸມຊົນໄລຍະ II ໄດ້ຮັບການສະໜັບສະໜູນທຶນໂດຍອົງການຊ່ວຍເຫຼືອເຊິ່ງກັນ  ແລະກັນ ຫຼື SFE ມາແຕ່ປີ 2017ເຖິງປັດຈຸບັນມີ​ມູນ​ຄ່າ​ກວ່າ  451.000 ໂດລາສະຫະລັດ ໂດຍເນັ້ນໃສ່ 3 ຂະແໜງການຫຼັກຄື: ຂະ ແໜງກະສິກຳ ແລະ ປ່າໄມ້, ຂະແໜງສຶກສາທິການ ແລະ ກິລາ ແລະ ຂະ ​ ແໜງສາທາລະນະສຸກ ເຊິ່ງມີເປົ້າໝາຍສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຈຳນວນ 1.000 ກວ່າ​ຄອບຄົວ​ໃນ  12 ບ້ານ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ ເຊັ່ນ:ບ້ານແສນ, ໂທນນ້ອຍ, ປາຫຼາຍ, ຈຸງຮຸງເໜືອ, ບ້ານຈະຫຼາມເກົ່າ, ບ້ານກົກພຸງ​ໃຕ້, ບ້ານສະທົວເໜືອ, ບ້ານຈຸງຮຸງ​ໃຕ້, ບ້ານປ່າໄລ່, ຕຸ້ມຍໍ, ໂທນໃຫຍ່ ແລະ ບ້ານກໍາກອກ ໃນຂະນະທີ່ໄດ້ຈັດຕັ້ງປະຕິບັດກິດ ຈະກຳຍົກລະດັບຄວາມອາດສາມາດ ແລະ ສົ່ງເສີມການປູກ-ການລ້ຽງ, ການສຸຂະພິບານ ແລະ ນໍ້າລວມໄປເຖິງການປະຕິບັດກິດຈະກຳການສຶກສາແລະ ບໍລິຫານອື່ນໆໃຫ້ແກ່ຊຸມຊົນຕາມຫຼັກວິຊາການສຳເລັດ 100%.

     ໃນຂະນະດຽວກັນ, ທ່ານ ແສງລາຕີ ຫຼອມຍະເດດ ຄະນະປະຈໍາ​ພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ມີຄຳເຫັນວ່າ: ຜົນສຳເລັດການເຄື່ອນ ໄຫວວຽກງານຂອງໂຄງການພັດທະນາກະສິກຳຊຸມຊົນໄລຍະ II ແມ່ນເປັນພື້ນຖານອັນໜັກແໜ້ນ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າແຕງໃຫ້ນັບມື້ສູງຂຶ້ນ ໂດຍສະເພາະແມ່ນດ້ານບຸກຄະລາກອນ, ອຸປະກອນ  ແລະ  ລະບົບພື້ນຖານໂຄງລ່າງຕ່າງໆ. ແຕ່ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການບໍລິການປະຊາ ຊົນແລ້ວຍັງມີຫຼາຍອັນທີ່ຈະຕ້ອງສືບຕໍ່ພັດທະນາ ແລະ ແກ້ໄຂ ໂດຍສະເພາະດ້ານອຸປະກອນ ແລະ ອື່ນໆທີ່ຈໍາເປັນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ