ບໍລິຄຳໄຊ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ 6 ແຂວງພາກກາງ, ​ພາກ​​ໃຕ້ ແລະ ແກ້ໄພໜາວ

       ໃນວັນທີ 6 ທັນວານີ້, ທີ່ນະຄອນຫຼວງວຽງຈັນ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ໄດ້ນໍາເງິນຈໍານວນ 147 ລ້ານກວ່າກີບ ມອບໃຫ້ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ  ແລະ ສະຫວັດດີການສັງຄົມ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ 6 ແຂວງພາກກາງ ແລະ ພາກໃຕ້ ແລະ ແກ້ໄພໜາວ ເຊິ່ງເງິນຈໍານວນດັ່ງກ່າວແມ່ນໄດ້ລະດົມຈາກປະຊາຊົນ, ຫ້າງຮ້ານ ແລະ ນັກທຸລະກິດ.

    ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງແຮງງານ  ແລະ ສະຫວັດດີການສັງຄົມກໍໄດ້ສະແດງຄວາມຂອບໃຈຕໍ່ ແຂວງ ບໍລິຄຳໄຊ ກໍຄືປະຊາຊົນ, ຫ້າງຮ້ານ ແລະ ນັກທຸລະກິດ ທີ່ໄດ້ຮິບໂຮມນໍ້າໃຈສົ່ງມາຊ່ວຍເຫຼືອມາຍັງປະຊາຊົນລາວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມທີ່ຜ່ານມາ ເພື່ອຊ່ວຍແບ່ງເບົາຄວາມຫຍຸ້ງຍາກຂາດເຂີນຂອງຜູ້ປະສົບໄພໃຫ້ມີເງື່ອນໄຂຟື້ນຟູຊີວິດການເປັນຢູ່ຂອງຕົນດີຂຶ້ນໂດຍໄວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ