ໂອເປັກ ຈັບມື ຣັດເຊຍ ກຽມຫລຸດກຳລັງການຜະລິດນ້ຳມັນ

ສຳນັກຂ່າວຣອຍເຕີລາຍງານວ່າ: ກຸ່ມປະເທດຜູ້ຜະລິດນ້ຳມັນ ຫລື ໂອເປັກ ແລະ ພັນທະມິດນຳໂດຍ ຣັດເຊຍ ກຽມປະກາດຫລຸດກຳລັງການຜະລິດນ້ຳມັນໃນກອງປະຊຸມອາທິດນີ້ ເພື່ອຫລຸດປະລິມານສະຕ໊ອກນ້ຳມັນ ແລະ ຊ່ວຍຮັກສາລາຄານ້ຳມັນໃນຕະຫລາດໂລກ ໂດຍກຸ່ມປະເທດໂອເປັກຈະປະຊຸມກັນພາຍໃນປະເທດສະມາຊິກໃນວັນທີ 5 ທັນວາ ແລະ ຈະມີກອງປະຊຸມຮ່ວມກັບພັນທະມິດທີ່ບໍ່ໄດ້ເປັນສະມາຊິກໃນວັນທີ 6 ທັນວານີ້.
ທ່ານ ທາເມຍ ກ໊າດບັນ ລັດຖະມົນຕີວ່າການກະຊວງພະລັງງານຂອງອີຣັກ ກ່າວວ່າ: ຂໍ້ສະເໜີຫລຸດກຳລັງການຜະລິດໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກຫລັກຂອງກຸ່ມໂອເປັກ ໂດຍສະເພາະອາຣັບບີ ຊາອຸດິດ ເຊິ່ງຕ້ອງການໃຫ້ມີການຫລຸດກຳລັງການຜະລິດຈຳນວນຫລາຍ.
ຂະນະທີ່ ທ່ານ ອາເລັກຊານເດີ ໂນວັກ ລັດຖະມົນຕີວ່າການກະຊວງພະລັງງານຣັດເຊຍ ລະບຸວ່າ: ຣັດເຊຍຍັງບໍ່ໄດ້ຕັດສິນໃຈໃດໆ. ເຖິງຢ່າງໃດກໍຕາມ ມີການຄາດຄະເນກັນວ່າ: ຣັດເຊຍມີທ່າອ່ຽງທີ່ຈະເຂົ້າຮ່ວມຫລຸດກຳລັງການຜະລິດກັບໂອເປັກໃນຄັ້ງນີ້.
ກ່ອນໜ້ານີ້ ໂອເປັກໄດ້ບັນລຸຂໍ້ຕົກລົງກັບຣັດເຊຍ ແລະ ປະເທດຜູ້ຜະລິດນ້ຳມັນນອກກຸ່ມ ໃນກອງປະຊຸມເດືອນກໍລະກົດ ຢູ່ນະຄອນຫລວງວຽນນາ ປະເທດໂອຕຣິດ ເພື່ອຂະຫຍາຍເວລາຫລຸດກຳລັງການຜະລິດນ້ຳມັນອອກໄປອີກ 9 ເດືອນ ຈາກທີ່ມີກຳນົດສິ້ນສຸດໃນເດືອນມິຖຸນາປີນີ້ ໂດຍຍັງຫລຸດກຳລັງການຜະລິດໃນອັດຕາເກົ່າລະດັບ 1,2 ລ້ານບາເຣລຕໍ່ວັນ ຫລື ປະມານ 1,2% ຂອງຄວາມຕ້ອງການໃຊ້ນ້ຳມັນທົ່ວໂລກ.
ທັງນີ້ກຸ່ມໂອເປັກ ແລະ ພັນທະມິດຫລຸດກຳລັງການຜະລິດນັບແຕ່ປີ 2017 ເພື່ອຮອງຮັບຜົນກະທົບຂອງການຜະລິດນ້ຳມັນຈຳນວນມະຫາສານຈາກອາເມລິກາ ເຊິ່ງປັດຈຸບັນກາຍເປັນປະເທດຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກ ໂດຍແຫລ່ງຂ່າວລະບຸວ່າ: ໂອເປັກ ແລະ ພັນທະມິດຈະຕັດສິນໃຈຫລຸດການຜະລິດນ້ຳມັນໃນກອງປະຊຸມຄັ້ງນີ້ເພີ່ມຂຶ້ນອີກຢ່າງໜ້ອຍ 4 ແສນບາເຣລຕໍ່ວັນ ສູ່ລະດັບການຫລຸດການຜະລິດ 1,6 ລ້ານບາເຣລຕໍ່ວັນ.

