ສາວນ້ອຍນັກເຄື່ອນໄຫວຕໍ່ຕ້ານໂລກຮ້ອນ

ລູກເມືອງພວນ
ມື້ວັນທີ 3 ທັນວາ ສາວນ້ອຍ ນັກກິດຈະກຳດ້ານການປ່ຽນແປງດິນຟ້າອາກາດ ຊາວສະວິເດັນ ໄວ 16 ປີ ໄດ້ເດີນເຮືອໃບຂ້າມມະຫາສະມຸດອັກແລນຕິກຈາກສະຫະລັດ ມາເຖິງ ປໍຕູເກດ ເພື່ອເຂົ້າຮ່ວມການປະຊຸມຄອບທີ 15 ທີ່ປະເທດສະເປນ.
Greta Thunberg ສາວນ້ອຍນັກກິດຈະກຳດ້ານການປ່ຽນແປງດິນຟ້າອາກາດຊາວ ສະວິເດັນ ໄວ 16 ປີ ໄດ້ເດີນເຮືອໃບເຂົ້າທຽບທ່າໃນກູງ ລິບສບອນ ປະເທດ ປໍຕູເກດ ໃນວັນທີ 3 ທັນວາ ຫຼັງໃຊ້ເວລາ 20 ວັນເດີນທາງຂ້າມມະຫາສະໝຸດ ອັກແລນຕິກຈາກ ນິວຢອກ ສະຫະລັດອາເມລິກາ ຊຶ່ງເປັນໄປຕາມຈຸດຢືນໃນການປະຕິເສດທີ່ຈະເດີນທາງດ້ວຍເຮືອບິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດສະຫະພາບດິນຟ້າອາກາດ ຄອບທເວັນຕີໄຟ້ ຊຶ່ງຈັດຂຶ້ນທີ່ກຸງ ມາດຣິດ ປະເທດສະເປນ ຫຼັງຈາກທຽບທ່າແລ້ວ Greta Thunberg ກໍໄດ້ໃຊ້ເວລາທັງວັນໃນການພົບປະກັບນັກກິດຈະກຳດ້ານສະພາບອາກາດຂອງ ປໍຕູເກດ ແລະ ພັກຜ່ອນກ່ອນອອກເດີນທາງໄປ ກຸງມາດຣິດ ຄາດວ່າເຂົາຈະເຂົ້າຮ່ວມການເດີນຂະບວນຕໍ່ຕ້ານໂລກຮ້ອນໃນ ມາດຣິດ ໃນວັນສຸກທີ່ຈະມາເຖິງອີກດ້ວຍ.

