ນະຄອນຫລວງວຽງຈັນເລັ່ງແກ້ໄຂບັນຫາຄ້າປະເວນີ

ທ່ານ ພັນໂທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕຳຫລວດ, ຫົວໜ້າກອງເລຂານະຄອນຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມກວດກາ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດປະຈຳປີ 2019 ທີ່ຈັດຂຶ້ນໃນວັນທີ 4 ທັນວານີ້ວ່າ: ການເກັບກຳສະຖິຕິການຄ້າຂາຍປະເວນີໃນນະຄອນຫລວງວຽງຈັນຢູ່ສະຖານທີ່ຕ່າງໆທີ່ເປັນຈຸດຫລໍ່ແຫລມເປັນຕົ້ນແມ່ນໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ-ບັນເທີງຕ່າງໆເຫັນວ່າກວດພົບຮ້ານອາຫານ-ຮ້ານກິນດື່ມທີ່ມີການຄ້າຂາຍປະເວນີ 82 ແຫ່ງ, ໂຮງແຮມ 16 ແຫ່ງ, ຮ້ານຄາລາໂອເກະ 3 ແຫ່ງ, ເຮືອນພັກ 2 ແຫ່ງແລະຮ້ານເສີມສວຍ-ກາເຟ 2 ແຫ່ງ. ນອກນີ້,ຍັງພົບມີພື້ນທີ່ສັບສົນອີກ 9 ຈຸດຢູ່ເຂດເສັ້ນທາງ 450 ປີ, ເຂດບ້ານໜອງບຶກ, ໂຊກນ້ອຍ, ໂພນປ່າເປົ້າແລະອື່ນໆ,ເຊິ່ງຕໍ່ສະພາບດັ່ງກ່າວເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ຄ້າປະເວນີ 82 ຄົນ,(ຄົນຫວຽດນາມ 21 ຄົນ),ຜູ້ຂາຍປະເວນີ 357 ຄົນ(ເປັນຄົນຫວຽດນາມ 36 ຄົນ), ພ້ອມທັງສຶກສາອົບຮົມຜູ້ມີຄວາມສ່ຽງຕົກເປັນເຫຍື່ອຂອງການຄ້າມະນຸດອີກ 45 ຄົນ ແລະ ນັບແຕ່ປີ 2012-2019 ໄດ້ດຳເນີນຄະດີຄ້າມະນຸດທັງໝົດ 13 ເລື່ອງ.ໃນນັ້ນສົ່ງໄອຍະການ 9 ເລື່ອງ, ໂຈະການດຳເນີນ 4 ເລື່ອງ, ມີຜູ້ຖືກເຄາະຮ້າຍ 25 ຄົນ, ໃນນີ້ອານຸຕ່ຳກວ່າ 18 ປີມີ 16 ຄົນແລະກຳລັງດຳເນີນຄະດີຄ້າຂາຍປະເວນີອີກ 6 ເລື່ອງ.

