ຊື່ນຊົມກັບໝາກຜົນລວມຍອດຍຸກ ສປປ ລາວ

ໂດຍ: ທິດກ່ຳ
ປັດຈຸບັນນີ້, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາມີອາຍຸໄດ້ 44 ປີເຕັມແລ້ວ (2/12/1975-2/12/2019). ການທີ່ໄດ້ເກີດ ແລະ ກາຍມາເປັນປະເທດ ສປປ ລາວ ມັນກໍບໍ່ແມ່ນໄດ້ມາແບບງ່າຍດາຍ, ບັນດາວິລະກະສັດ, ຜູ້ນຳ, ເຈົ້າກົກເຈົ້າເລົ່າ, ວິລະຊົນ, ທະຫານ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ, ຮັກຜືນແຜ່ນດິນ ໄດ້ເສຍສະຫລະຊີວິດເລືອດເນື້ອ ເພື່ອກອບກູ້ເອົາເອກະລາດ, ອະທິປະໄຕ ແລະ ອິດສະຫລະພາບມາໃຫ້ປະເທດຊາດເປັນຈຳນວນຫລາຍໝື່ນຫລາຍແສນຄົນ.
ຕະຫລອດໄລຍະ 44 ປີແຫ່ງການສ້າງສາພັດທະນາປະເທດຊາດຂອງພວກເຮົານັ້ນ, ໄດ້ເຮັດໃຫ້ ສປປ ລາວ ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ຖານະບົດບາດທາງດ້ານການເມືອງກໍນັບມື້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນ ສະແດງອອກຄືໄດ້ມີສາຍພົວພັນທາງການທູດກັບບັນດາປະເທດຕ່າງໆໃນທົ່ວໂລກເຖິງ 140 ກວ່າປະເທດ.
ນອກນັ້ນ, ພວກເຮົາຍັງໄດ້ເປັນພາຄີກັບອົງການຈັດຕັ້ງຕ່າງໆທີ່ກ້າວໜ້າໃນ ພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ເປັນຕົ້ນ: ກຸ່ມອາຊຽນ, ອົງການຄ້າໂລກ ແລະ ອົງການຈັດຕັ້ງອື່ນໆທີ່ສຳຄັນ ແລະ ກ້າວໜ້າ, ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ເຊື່ອມໂຍງ, ມີບົດບາດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ເພື່ອນມິດເປັນຢ່າງດີ, ທາງດ້ານເສດຖະກິດກໍເຫັນວ່າມີການສ້າງສາພັດທະນາໄວວາສົມຄວນ, ການກໍ່ສ້າງໂຄງລ່າງຖະໜົນຫົນທາງ, ຕຶກອາຄານບ້ານຊ່ອງ, ສຳນັກງານອົງການ ກໍພວມດຳເນີນໄປຢ່າງເຄັ່ງຮ້ອນ.
ມີຫລາຍໂຄງການຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຊົນນະບົດເຂດຫ່າງໄກສອກຫລີກ ກໍພວມເລັ່ງລັດພັດທະນາດຳເນີນໄປເປັນຂະບວນກວ້າງຂວາງໜັກແໜ້ນ. ປັດຈຸບັນ, ມີຫລາຍໂຄງການໄດ້ສຳເລັດເປັນຕົ້ນເປັນໂຕໃຫ້ເຫັນ ແລະ ພວມເລັ່ງລັດລົງມືເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງເສດຖະກິດພິເສດ ແລະ ເສດຖະກິດສະເພາະ ໃນທົ່ວປະເທດ ແລະ ຍັງມີບັນດາໂຄງການຕ່າງໆ ນັບແຕ່ນ້ອຍຫາໃຫຍ່ອີກ ຫລາຍຮ້ອຍຫລາຍພັນໂຄງການ.
ທາງດ້ານວັດທະນະທຳ-ສັງຄົມ ມາຮອດຍຸກນີ້ກໍເຫັນວ່າມີການປັບປຸງປົວແປງ ສົ່ງເສີມ ແລະ ສ້າງຂຶ້ນໃໝ່ຢ່າງຫລວງຫລາຍ ເປັນຕົ້ນ: ສ້າງໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ບູລະນະສະຖາປັດຕະຍະກຳອັນເກົ່າແກ່ທາງປະຫວັດສາດ ແລະ ວັດທະນະທຳໃຫ້ກາຍເປັນກິດຈະກຳການທ່ອງທ່ຽວ, ສົ່ງເສີມປັບປຸງຟື້ນຟູຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃຫ້ມີສີສັນ ແລະ ມີຄວາມຈະເລີນຮຸ່ງເຮືອງ ກາຍເປັນວັດທະນະທຳ-ອະລິຍະທຳຂອງຊາດຢ່າງແທ້ຈິງ.
ສິ່ງທີ່ໜ້າພາກພູມໃຈອີກອັນໜຶ່ງຂອງຄົນລາວເຮົາສະໄໝນີ້ ແມ່ນໄດ້ເຂົ້າເຖິງການສຶກສາຢ່າງກວ້າງຂວາງ ແລະ ນັບມື້ມີຄຸນນະພາບຊີວິດ, ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການປິ່ນປົວສຸຂະພາບ, ສຸຂະສຶກສາ, ບໍລິໂພກນ້ຳສະອາດ, ມີແບບແຜນດຳລົງຊີວິດ ຕາມອັດຕະລັກຮີດຄອງປະເພນີ ແລະ ມີຊີວິດການເປັນຢູ່ທີ່ດີ, ບ້ານພັດທະນາໄດ້ເພີ່ມຂຶ້ນ, ບ້ານທຸກຍາກນັບມື້ຫລຸດລົງໄປພ້ອມໆກັບຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.
ທຸກສິ່ງທຸກຢ່າງທີ່ກ່າວມາແບບສັງລວມນີ້, ແມ່ນໝາກຜົນຂອງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີອາຍຸໄດ້ພຽງ 44 ປີເຕັມ, ໄປຄຽງຄູ່ກັບພາລະກິດການສ້າງສາພັດທະນາປະເທດຊາດ ພວກເຮົາກໍຍັງມີອຸປະສັກ ແລະ ສິ່ງທ້າທາຍຫລາຍດ້ານມາກະທົບເຊັ່ນ: ໄພນ້ຳຖ້ວມ, ສັດຕູພືດ, ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ແຕ່ພວກເຮົາກໍສາມາດແກ້ໄຂຜ່ານຜ່າບັນດາວິກິດຕ່າງໆເຫລົ່ານັ້ນໄດ້ເປັນຢ່າງດີ.
ດ້ວຍຜົນສຳເລັດ ແລະ ໄຊຊະນະທີ່ກ່າວມາຂ້າງເທິງນັ້ນ, ກໍຍ້ອນພັກ ແລະ ລັດຖະບານເຮົາ ໄດ້ມີແນວທາງອັນຖືກຕ້ອງສອດຄ່ອງກັບຍຸກສະໄໝ, ອັນສຳຄັນທີ່ສຸດຄືມີແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດເປັນແຕ່ລະໄລຍະເຊັ່ນ: ແຜນປະຈຳປີ, ຫ້າປີ ແລະ ວິໄສທັດໄປເຖິງສິບປີຊາວປີຂ້າງໜ້າໄດ້ຢ່າງຊັດເຈນ.
ໃນອະນາຄົດຂ້າງໜ້ານີ້, ຄືອີກຫ້າປີສິບປີ ຖ້າຫາກໂຄງການພັດທະນາຕ່າງໆ ນັບທັງຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ຫາກສຳເລັດເປັນຕົນເປັນໂຕຕາມແຜນ ຄາດວ່າປະເທດຊາດຂອງພວກເຮົາຕ້ອງໜີຫ່າງຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງແນ່ນອນ.
ເຖິງຢ່າງໃດກໍດີ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງຊາດ ແລະ ປະຊາຊົນບັນດາເຜົ່າແລ້ວ ພວກເຮົາຍັງມີຫລາຍດ້ານທີ່ຈະຕ້ອງຜ່ານຜ່າສິ່ງກີດຂວາງທີ່ຈະມາກົດໜ່ວງທຳລາຍຄວາມຈະເລີນຂອງຊາດ, ໂດຍສະເພາະແມ່ນໄພທຳມະຊາດ, ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ການສໍ້ລາດບັງຫລວງ, ຢາເສບຕິດ, ຄວາມຂີ້ຄ້ານມັກງ່າຍ ແລະ ຄວາມຮັບຜິດຊອບບໍ່ສູງຂອງພະນັກງານ ແລະ ບັນຫາອື່ນໆ, ດັ່ງນັ້ນ ພວກເຮົາຕ້ອງຍົກສູງສະຕິຄວາມເປັນເຈົ້າຕົນເອງຕໍ່ປະເທດຊາດຢ່າງໜັກແໜ້ນ.
ເມື່ອໃດພວກເຮົາສາມາດຜ່ານຜ່າ ແລະ ແກ້ໄຂສິ່ງກີດຂວາງຕ່າງໆ ທີ່ຈະມາທຳລາຍມ້າງເພ ແລະ ກົດໜ່ວງຄວາມຈະເລີນຂອງຊາດໄດ້ແລ້ວ ສປປ ລາວ ຍິ່ງຈະສະຫງົບສຸກຮົ່ມເຢັນຂຶ້ນກວ່ານີ້ຫລາຍເທົ່າ.

