ລາວ ຈະເລັ່ງໃສ່ການຄຸມກໍາເນີດໃຫ້ບັນລຸ 65% ໃນປີ 2025

            ເພື່ອສືບຕໍ່ຜັນຂະຫຍາຍຄຳໝັ້ນສັນຍາ ເຮັດໃຫ້ອັດຕາການຄຸມກໍາເນີດຢູ່ໃນ ສປປ ລາວ ເພີ່ມຂຶ້ນຈາກ 51% ໃນປັດຈຸບັນເປັນ 65% ບັນລຸໃນປີ 2025.

  ລັດຖະບານກໍຄືກະຊວງສາທາລະນະສຸກຈະເອົາໃຈໃສ່ວຽກງານ ການວາງແຜນຄອບຄົວຕາມຫຼັກການສາກົນ ເພື່ອປັບປຸງການເຂົ້າເຖິງຂໍ້ມູນ, ການບໍລິການ ແລະ ຜະລິດຕະພັນການວາງແຜນຄອບຄົວແບບສະໝັກໃຈສຳລັບແມ່ຍິງ, ຜູ້ຊາຍ ແລະ ໄວໜຸ່ມ, ນະໂຍບາຍສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມສະບັບປັບປຸງ ( ປີ 2019 – 2030 ), ສຸມໃສ່ການວາງແຜນຄອບຄົວໃຫ້ຖືເປັນການບໍລິການທີ່ຈຳເປັນ ແລະ ໃນທ້າຍອາທິດຜ່ານມານີ້, ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA)  ປະຈຳລາວ ໄດ້ຈັດກອງປະຊຸມສະໜັບສະໜູນວຽກງານສຸຂະພາບຈະເລີນພັນ ເພື່ອແນໃສ່ໃຫ້ທຸກພາກສ່ວນໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານວາງແຜນຄອບຄົວ ແລະ ນຳເອົາວຽກງານດັ່ງກ່າວໄປຜັນຂະຫຍາຍໃນຂົງເຂດວຽກງານຂອງຕົນໃຫ້ມີປະສິດທິຜົນ.

ໂດຍສະເພາະບັນດາອົງການຈັດຕັ້ງມະຫາຊົນທີ່ເຮັດວຽກໃກ້ຊິດກັບກຸ່ມເປົ້າໝາຍໄວໜຸ່ມໃຫ້ເຂົາເຈົ້າສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຫຼີກລ່ຽງຄວາມສ່ຽງຂອງການຖືພາໂດຍບໍ່ໄດ້ຕັ້ງໃຈ ແລະ ການລຸລູກແບບຜິດກົດໝາຍ ທີ່ເປັນຜົນກະທົບຕໍ່ສຸຂະພາບ ແລະ ຊີວິດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ