ວິທີການຊຳຮາກຜັກຫວານປ່າ

ການຊຳຮາກຜັກຫວານປ່າ

ຜັກຫວານປ່າທີ່ມີອາຍຸ ເກີນກວ່າ 10 ປີຂຶ້ນໄປເພາະມີລະບົບຮາກໃຫຍ່ ທີ່ແຜ່ອອກໄປທາງຂ້າງຕາມ ໜ້າດິນເປັນທາງຍາວ, ໃຫ້ ເລີ່ມຂຸດ ຫລື ຖາກໜ້າດິນ ອອກແລ້ວ ຕັດຮາກສ່ວນທີ່ໃກ້ ໂຄນຕົ້ນ ໂດຍຕັດເປັນທ່ອນ ຍາວປະມານ 12,5 ຊມ ຫລື 1 ຄືບ ແລ້ວນຳໄປຊຳໃນຖົງ ດຳ ໂດຍວາງທ່ອນຮາກ ນອນ ໄປກັບພື້ນໃຫ້ເລີກພໍດິນຖ້ວມ ຮາກ, ຫົດນ້ຳເຊົ້າ- ແລງພໍໃຫ້ ດິນຊຸ່ມປະມານ 1-2 ເດືອນ ຕໍຮາກກໍຈະປົ່ງຮາກໃໝ່ ອອກ ມາຈາກນັ້ນ ຈຶ່ງຈະແຕກ ຍອດ ຂຶ້ນມາເປັນເບ້ຍອ່ອນ.

ການແຍກໜໍ່

ມີການຕັດຮາກຄືກັນກັບການຊຳຮາກ, ແຕ່ມີຄວາມ ແຕກ ຕ່າງກັນຄື: ການແຍກໜໍ່ ແມ່ນການຕັດຮາກເປັນທ່ອນ ແລ້ວທາດ້ວຍປູນຄ້ຽວໝາກ ທັງສອງສົ້ນຂອງຮາກເມື່ອ ປູນແຫ້ງຈຶ່ງເອົາຮາກລົງຝັງ ດິນຄືນຄືເກົ່າ, ຫົດນ້ຳໃຫ້ສະໝ່ຳສະ     ເໝີປະມານ 1-2 ເດືອນກໍຈະມີຮາກ ແລະ ໜໍ່ ຜັກຫວານປ່າປົ່ງອອກມາ,  ເມື່ອໜໍ່ໃຫຍ່ແລ້ວໃຫ້ຂຸດຍ້າຍ ໄປຊຳໃສ່ຖົງດຳຕໍ່ໄປອີກ 3-4 ເດືອນ ຈຶ່ງນຳໄປປູກໄດ້.

ການທຸບຮາກ

ເປັນອີກວິທີໜຶ່ງທີ່ຂະຫຍາຍພັນຜັກຫວານປ່າໄດ້ 100% ກໍຄືການຂະຫຍາຍ ພັນດ້ວຍການທຸບຮາກເປັນ ວິທີທີ່ແປກກວ່າວິທີທົ່ວໄປ, ເຊິ່ງຂັ້ນຕອນໃນການປະຕິບັດ ກໍຄື: ໃຊ້ຄ້ອນ ຫລື ສັນພ້າທຸບ ບໍລິເວນຮາກຜັກຫວານປ່າທີ່ ຫາອາຫານຢູ່ຕາມໜ້າດິນໃຫ້ ເກີດບາດແຜ ຫລື ໃຫ້ເປືອກ ແຕກອອກ. ຈາກນັ້ນ, ກໍເອົາ ດິນຖົມໄວ້ຄືນແລ້ວປັກຫລັກ ໝາຍໄວ້ເພື່ອໃຫ້ເຫັນໄດ້ງ່າຍ ເພື່ອປ້ອງກັນ ບໍ່ໃຫ້ສັດໄປ  ຢຽບຢ່ຳປະມານ 45 ວັນ ຈະ ມີຍອດຜັກຫວານປ່າເກີດຂຶ້ນ ຢູ່ບ່ອນທີ່ທຸບຮາກນັ້ນ. ການ ຂະຫຍາຍພັນດ້ວຍວິທີນີ້ຈະ ເຮັດໃຫ້ໄດ້ຕົ້ນພັນຜັກຫວານ ປ່າຫລາຍຂຶ້ນ.

(ທ່ານ ສາມາດຕິດຕາມບົດ ກະສິກຳ ໄດ້ໃນທຸກວັນ ຈັນ, ພຸດ, ສຸກ )

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ