ການສໍ້ໂກງຍັງຕິດຊຳເຮື້ອຢຸດຕິໄດ້ຍາກ

ໂດຍ: ທິດກ່ຳ
ໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມມີທີ່ເດັດເຜັດມັນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນໄດ້ຊີ້ແຈງວ່າກວດພົບ 300 ກວ່າໂຄງການທີ່ບໍ່ຜ່ານການປະມູນ.
ສ່ວນທ່ານ ນາງ ວຽງທອງ ສີພັນດອນ ປະທານກວດສອບແຫ່ງລັດກໍໄດ້ລາຍ ງານຕໍ່ສະພາວ່າ ໄດ້ກວດພົບເຫັນລາຍຮັບບໍ່ມອບເຂົ້າງົບປະມານສົກປີ 2018 ມີຈຳ ນວນເຖິງ 433 ກວ່າຕື້ກີບ ແລະ ຍັງມີການຮົ່ວໂຫລໃນຮູບແບບອື່ນໆ ຢ່າງມະຫາສານ ເປັນຕົ້ນເກັບພາສີອາກອນມາໄດ້ແລ້ວບໍ່ຖອກເຂົ້າຄັງງົບປະມານຄົບຕາມຈຳນວນ ຫລື ຖ້າຫາກມອບເຂົ້າຄັງກໍແມ່ນຖອກໜ້ອຍຕົກໄປເຂົ້າຖົງບຸກຄົນຫລາຍເຮ່ຍຮວາຍໄປຕາມ ຂອດລະຫວ່າງກາງຜູ້ໄດ້ໜ້ອຍໄດ້ຫລາຍທັງສວຍໂອກາດເອົາໄປຈ່າຍທາງອື່ນລາມພະ ລາມຈົວອັນເປັນການກະທຳຜິດຕໍ່ຂໍ້ກຳນົດກົດລະບຽບໃນການຄຸ້ມຄອງລະບົບການເງິນ ຫລື ກົດໝາຍບ້ານເມືອງວາງອອກ.
ຕໍ່ສະພາບດັ່ງກ່າວທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານອົງ ການກວດກາພັກ-ລັດຖະບານ ຍັງໄດ້ຊີ້ແຈ້ງວ່າ: ບັນຫາຜູ້ກະທຳຜິດລະເມີດວິໄນການເງິນ, ສໍ້ລາດບັງຫລວງແຕ່ບໍ່ໄດ້ຮັບໂທດຕາມຄວາມເໝາະສົມນັ້ນຍັງມີແຜ່ຫລາຍອັນເນື່ອງມາຈາກຄວາມບໍ່ເດັດຂາດຕໍ່ໜ້າກົດໝາຍໂດຍສະເພາະແມ່ນຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງຍັງມີລັກສະນະອະນຸໂລມກັນ, ໂອມກິນນຳກັນດ້ວຍວິທີການ, ຮູບການຕ່າງໆ ອັນເປັນການສ້າງຄວາມເສຍຫາຍໃຫ້ແກ່ພາກລັດຢ່າງໃຫຍ່ຫລວງ.
ເມື່ອເປັນຄືສະພາບດັ່ງທີ່ວ່າມານີ້, ກໍເຫັນວ່າບັນຫາການສໍ້ລາດບັງຫລວງຢູ່ບ້ານ ເຮົາຍັງບໍ່ມີທ່າທີ່ວີແວວຢຸດຕິຫລຸດຜ່ອນ, ຍິ່ງໄປກວ່ານັ້ນຍັງມີປາກົດການຝັງເລິກໄປທຸກ ຂະແໜງການຢ່າງແຜ່ລາມ. ເມື່ອຕັ້ງໂຈດກັນວ່າຕໍ່ບັນຫາດ່ັງກ່າວເປັນຫຍັງມັນຈຶ່ງເກີດຂຶ້ນ ແລະ ແມ່ນໃຜເປັນຜູ້ນຳພາເຮັດພາເປັນ? ໃນຄຳຕອບມັນກໍອາດເກີດຈາກຫລາຍ ເງື່ອນໄຂ ແລະ ຫລາຍປັດໄຈແຕ່ຄຳຕອບທີ່ຖືກຕ້ອງແມ່ນຢຳທີ່ສຸດນັ້ນກໍແມ່ນກະໂຕເຈົ້າ ພະນັກງານເອງເປັນຜູ້ພາເຮັດພາເປັນ.
ຢູ່ໃນກະໂຕອົງກອນ ຫລື ກະຊວງໜຶ່ງໆ, ບັນດາຂະແໜງການຕ່າງໆ ຂອງລັດ ຍອມມີອົງການຈັດຕັ້ງຂອງພັກ, ຂອງລັດຢ່າງແໜ້ນໜາ, ມີບັນດາສະຫາຍສະມາຊິກ ພັກ, ມີໜ່ວຍພັກ, ອົງຄະນະພັກເປັນແກນນຳ ແລະ ເປັນຫົວທອກໃນການບໍລິຫານ ການປົກຄອງຢູ່ໃນຂະແໜງການຂອງຕົນຢ່າງພຽບພ້ອມ, ກົງກັນຂ້າມຖ້າຫາກບັນດາສະຫາຍ ສະມາຊິກພັກ, ອົງຄະນະພັກຢູ່ບ່ອນນັ້ນໆ ບໍ່ເປັນແບບຢ່າງຊ້ຳບໍ່ໜຳຍັງນຳພາໝູ່ເຮັດຢ່າງ ໜ້າຕາເສີຍໆ ໂດຍບໍ່ຄິດ ແລະ ຄຳນຶງເຖິງຜົນປະໂຫຍດລວມຂອງພັກຂອງລັດ ແລະ ຂອງປະຊາຊົນກໍເປັນອັນວ່າ ຈິບຫາບວາຍວອດ.
ຜ່ານການຕິດຕາມບັນຍາກາດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດຊຸດທີ VIII ຄັ້ງນີ້, ເຮົາເຫັນວ່າມີຜູ້ແທນຫລາຍທ່ານຫລາຍສະຫາຍໄດ້ ປະກອບຄຳເຫັນກົງໄປກົງມາ, ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງທີ່ສຸດ ແລະ ມີຫລາຍທັດສະນະຕໍ່ການແກ້ໄຂບັນຫາເປັນຕົ້ນນອກຈາກແຜນບຸກທະລຸຂອງລັດຖະບານ ທີ່ມີຢູ່ແລ້ວໃນການໃຊ້ມາດຕະການຕາມກົດໝາຍຕໍ່ຜູ້ກະທຳຜິດຕ້ອງເດັດຂາດຈິງຈັງ ແລະ ເຂັ້ມງວດຢ່າປະປ່ອຍໃຫ້ຄົນບໍ່ດີສວຍໂອກາດລອຍນວນສໍ້ໂກງກິນຊັບສິນຂອງ ແຜນດິນຢ່າງເດັດຂາດ.
ເຖິງຢ່າງໃດກໍດີ, ພາຍໃຕ້ການນຳຂອງພັກ ແລະ ລັດຖະບານໂດຍສະເພາະລັດ ຖະບານຊຸດປັດຈຸບັນກໍຄືຊຸດຕໍ່ໆ ໄປຈະສາມາດຜ່ານຜ່າທຸກອຸປະສັກຫຍຸ້ງຍາກນາໆ ປະການໄດ້ເປັນຢ່າງດີ, ໃນຍຸກປະຫວັດສາດຜ່ານມານັບແຕ່ພາລະກິດປົດປ່ອຍ ຊາດຈົນມາຮອດຍຸກສ້າງສາ ແລະ ພັດທະນາປະເທດຊາດພັກ ແລະ ລັດຖະບານເຮົາໄດ້ອອກແຮງ ຊີ້ນຳ-ນຳພາສ້າງສາບ້ານເມືອງຈົນມາຮອດທຸກວັນນີ້ປະເທດຊາດຂອງພວກເຮົາພວມ ກ້າວໄປຕາມຍຸກຕາມສະໄໝ, ນັບມື້ມີຄວາມຈະເລີນຮຸ່ງເຮືອງ.
ຖ້າທຽບໃສ່ອະດີດຕະການໃນຍຸກການປົກຄອງພາຍໃຕ້ລະບອບສັກດີນາ ກ່ອນໜ້ານີ້ຫລາຍຮ້ອຍປີແມ່ນມີຄວາມແຕກໂຕນກັນຫລາຍພັນລີ້; ປັດຈຸບັນກໍຄືອະນາຄົດ ຂໍພຽງແຕ່ວ່າພວກເຮົາພ້ອມກັນຕັດສິນໃຈຢ່າຈິງຈັງຈິງໃຈເວົ້າແລ້ວຕ້ອງເຮັດໃຫ້ໄດ້ຢ່າພາກັນ ເວົ້າລ້າພາເພເພາະທຸກສິ່ງຢ່າງມັນຂຶ້ນກັບຄົນເປັນຜູ້ສ້າງປະຫວັດສາດ./.

