ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງອາຊຽນ-ສ.ເກົາຫລີ, ທີ່ປູຊານ

ໃນວັນທີ 24 ພະຈິກນີ້, ທີ່ປູຊານ ສ.ເກົາຫລີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ເພື່ອສະເຫລີມສະຫລອງສາຍພົວພັນອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງສີລາລືກໂຄງການເມືອງອັດສະລິຍະປູຊານ, ຊຶ່ງເປັນໜຶ່ງໃນໂຄງການທົດລອງລະດັບຊາດຕົວເມືອງອັດສະລິຍະຂອງ ສ.ເກົາຫລີ ເພື່ອແນໃສ່ສ້າງຕົວເມືອງດັ່ງກ່າວໃຫ້ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ເຂົ້າຮ່ວມພິທີວາງສີລາລືກຄັ້ງນີ້ຍັງມີປະທານາທິບໍດີ ສ.ເກົາຫລີ ແລະ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ແລະ ໄທ.

ໃນວັນທີ 25 ພະຈິກນີ້, ທ່ານ ທອງລຸນ ສີສຸລິດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດຜູ້ບໍລິຫານພາກທຸລະກິດອາຊຽນ-ສ.ເກົາຫລີ ພາຍໃຕ້ຫົວຂໍ້: “ການຮ່ວມມື ແລະ ໜ້າວຽກໃນການບັນລຸຄວາມສົມບູນພູນສຸກຮ່ວມກັນ”, ຊຶ່ງກອງປະຊຸມນີ້, ບັນດານັກທຸລະກິດຂອງອາຊຽນ-ສ.ເກົາຫລີ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ແນ່ໃສ່ຜັນຂະຫຍາຍສັນຍາເຂດການຄ້າເສລີອາຊຽນ-ສ.ເກົາຫລີ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການຄ້າ, ການລົງທຶນ ແລະ ທ່ອງທ່ຽວອາຊຽນ-ສ.ເກົາຫລີ ໃຫ້ນັບມື້ເພີ່ມຂຶ້ນໃນທ່າມກາງທີ່ສະພາບເສດຖະກິດໂລກຖົດຖອຍ ອັນເນື່ອງມາຈາກລັດທິປົກປ້ອງພາຍໃນ ແລະ ສົງຄາມການຄ້າໃນປັດຈຸບັນ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດນະວັດຕະກຳທາງດ້ານວັດທະນະທຳ ອາຊຽນ-ສ.ເກົາຫລີ ທີ່ແນໃສ່ປຶກສາຫາລືກ່ຽວກັບການສ້າງຄວາມສົມບູນພູນສຸກຮ່ວມກັນໃນຂະແໜງວັດທະນະທໍາ-ສັງຄົມ ລະຫວ່າງອາຊຽນ, ສ.ເກົາຫລີ ເປັນຕົ້ນ: ຂະແໜງສິລະປະ, ບັນເທີງ, ຮູບເງົາ ແລະ ອື່ນໆ.

