ບາຊາ-ບາເຢິນ ຕ້ອງການ ໂປເຊັດຕິໂນ

ເມົາຣິຊິໂອ ໂປເຊັດຕິໂນ ອະດີດຜູ້ຈັດການທີມ ທ໊ອດ ແນມ ຮ໊ອດສະເປີ ທີ່ຖືກໄລ່ ອອກກະທັນຫັນ ແຕ່ຍັງເນື້ອ ຫອມ ຫລັງຈາກ ບາເຊໂລນາ ແລະ ບາເຢິນ ມິວນິກ ຮ່ວມ ວົງໄລ່ລ່າມາເປັນຜູ້ຈັດການ ທີມຄົນໃໝ່. ຕາມລາຍງານ ຈາກ ເດິ ຊັນ.
ເອີເນສໂຕ ບັລເບີເດ ກຳ ລັງຜະເຊີນຄວາມກົດດັນທີ່ ບາເຊໂລນາ ຈາກຜົນງານ ບໍ່ແນ່ນອນ, ຂະນະທີ່ ບາເຢິນ ມິວນິກ ຍັງບໍ່ຕັ້ງຄູຝຶກໃໝ່ ນັບ ແຕ່ໄລ່ ນິໂກ ໂຄວັດ ອອກໄປ ບໍ່ດົນມານີ້ ແຕ່ບັນຫາຄື ໂປ ເຊັດຕິໂນ ເຄີຍເວົ້າໄວ້ວ່າຈະບໍ່ ຄຸມ ບາເຊໂລນາ ເພາະຕົນ ເປັນແຟນເອສປັນຢອລ.
ສ່ວນ ແມນເຊັສເຕີ ຢູໄນ ເຕັດ ແລະ ຣີລ ມາດຣິດ ຍັງ ຕິດຕາມສະຖານະການໃກ້ຊິດ ແຕ່ຫວັງວ່າ ໂປເຊັດຕິໂນ ຈະ ບໍ່ຮີບຮ້ອນເລືອກວຽກໃໝ່ ເພາະອາດປ່ຽນຜູ້ຈັດການທີມ ເມື່ອຈົບລະດູການ, ສ່ວນ ມາ ຕິນ ຄີໂອ ອະດີດກອງຫລັງ ອາເຊນອລ ຮຽກຮ້ອງໃຫ້ທີມ ປົດ ອູໄນ ເອເມຣີ ແລ້ວໄປດຶງ ໂປເຊັດຕິໂນ ມາຄຸມທີມ.

