ຄ່າຊົດເຊີຍຜົນເສຍຫາຍຈາກຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງຕົກລົງແລ້ວ 54 ລ້ານໂດລາ

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ກະຊວງຂອງຕົນໄດ້ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະເຈລະຈາການຊົດເຊີຍຜົນເສຍຫາຍ ແລະ ຟື້ນຟູໄພພິບັດທີ່ເກີດຈາກຄູກັ້ນນໍ້າຂອງອ່າງເກັບນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊແຂວງອັດຕະປືເມື່ອປີ 2018 ຜ່ານມາ ເຫັນວ່າຜົນການເຈລະຈາຊົດເຊີຍໄດ້ຕົກລົງໃນມູນຄ່າ 54 ລ້ານກວ່າໂດລາສະຫະລັດ ຈາກມູນຄ່າເບື້ອງຕົ້ນ 273 ລ້ານໂດລາສະຫະລັດ ແລະ ປັດຈຸບັນ ບໍລິສັດປະກັນໄພ ໄດ້ໂອນເງິນເຂົ້າບັນຊີທະນາຄານແລ້ວຈໍານວນ 49,9 ລ້ານໂດລາສະຫະລັດ ແລະ ສາເຫດທີ່ພາໃຫ້ການແກ້ໄຂຜົນກະທົບຈາກເຫດການດັ່ງກ່າວມີຄວາມຊັກຊ້າໃນຜ່ານມານັ້ນແມ່ນຍ້ອນການເກັບກໍາຂໍ້ມູນມີການຄາດເຄື່ອນຫລາຍ, ຈຶ່ງໄດ້ວ່າຈ້າງບໍລິສັດທີ່ປຶກສາມາກວດກາຄືນໃໝ່ເພື່ອຄວາມຍຸຕິທໍາທັງສອງຝ່າຍ.
ສ່ວນກໍລະນີມີປະຊາຊົນສະໜີຂໍເງິນໄປປຸກສ້າງເຮືອນເອງ ທີ່ບໍ່ໄປຕາມແຜນການຈັດສັນໄວ້ນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈະປະສານສົມທົບກັບຄະນະກໍາມະການກວດກາ ແລະ ບໍລິສັດ ເຊປຽນ-ເຊນໍ້ານ້ອຍ ຄົ້ນຄວ້າຄືນເພື່ອໃຫ້ສອດຄ່ອງກັບທິດທາງແກ້ໄຂຂອງລັດຖະບານ.

