ສະເປີ ປົດ ໂປເຊັດຕິໂນ ຄາດ ມູຣິນໂຢ ສຽບແທນ

ທ໊ອດແນມ ຮ໊ອດສະເປີ ທີມດັງໃນພຣີເມຍລີກ ອັງກິດ ປະກາດປົດ ເມົາຣິຊິໂອ ໂປ ເຊັດຕິໂນ ຜູ້ຈັດການທີມຊາວ ອາເຈນຕິນາ ໃນວັນທີ 19 ພະ ຈິກນີ້ ຫລັງສ້າງຜົນງານໄດ້ບໍ່ ດີໃນລະດູການນີ້.
ທ່ານ ແດນຽວ ເລວີ ປະ ທານສະໂມສອນ ກ່າວວ່າ: ສະໂມສອນລັງເລໃຈໃນການ ປ່ຽນແປງຄັ້ງນີ້ ແລະ ບໍ່ແມ່ນ ການຕັດສິນໃຈຈາກຄະນະຜູ້ ບໍລິຫານທີ່ບໍ່ຜ່ານການພິຈາ ລະນາ ຫລື ຮີບຮ້ອນ ເນື່ອງ ຈາກຜົນງານທີ່ບໍ່ດີໃນທ້າຍ ລະດູການຜ່ານມາຈົນເຖິງ ເລີ່ມຕົ້ນລະດູການນີ້ ເປັນ ເລື່ອງທີ່ໜ້າຜິດຫວັງ ແຕ່ຕ້ອງ ເຮັດເພື່ອຜົນປະໂຫຍດສູງສຸດ ຂອງສະໂມສອນ.
ໂປເຊັດຕິໂນ ຄຸມທີມສະ ເປີມາເຖິງ 5 ປີ ແລະ ໃນ 4 ຈາກ 5 ລະດູການທີ່ ໂປເຊັດຕິ ໂນ ຄຸມທີມ ລາວສາມາດພາ ທີມຕິດ 1 ໃນ 4 ໄດ້ຕະຫລອດ ແລະ ໃນລະດູການຜ່ານມາ ຍັງສ້າງຄວາມຕົກໃຈພາທີມ ເຂົ້າຊີງຊະນະເລີດຢູຟາ ແຊມ ປ້ຽນລີກ ໄດ້ນຳອີກ.
ເຖິງຢ່າງໃດກໍຕາມ, ໃນ ປີນີ້ ຜົນງານຂອງສະເປີຕົກ ລົງຫລາຍ ໂດຍຜ່ານໄປ 12 ນັດ ສະເປີຕິດອັນດັບທີ 14 ແລະ ຍັງຕົກຮອບຄາຣາບາວ ຄັບ ເຊິ່ງອາດເປັນໜຶ່ງໃນຫຼາຍ ສາເຫດທີ່ເຮັດໃຫ້ຜູ້ຈັດການ ທີມຊາວອາເຈນຕິນາຄົນນີ້ ຖືກປົດ.
ຂະນະທີ່ເວັບໄຊ BBC ລາຍງານວ່າ: ໂຊເຊ່ ມູຣິນໂຢ ອະດີດຜູ້ຈັດການທີມເຊລຊີ ແລະ ແມນເຊັສເຕີ ຢູໄນເຕັດ ເປັນເບີ 1 ທີ່ຈະເຂົ້າມາແທນ ໂປເຊັດຕິໂນ ໄວ 47 ປີ ຫລັງ ຜູ້ຈັດການທີມຊາວໂປຕຸສເກດ ເຊິ່ງເຄີຍຄຸມທີມໃຫຍ່ປະຕິເສດ ວຽກຢູ່ຈີນ, ສະເປນ, ໂປຕຸສ ເກດ ມາຕະຫລອດ.
ເຖິງຢ່າງໃດກໍຕາມ ຍັງມີ ເອັດດີ້ ຮາວ ຜູ້ຈັດການທີມ ບອນມັດ, ຢູລຽນ ນາເກລມັນ ຜູ້ຈັດການທີມໄລຊິກ ແລະ ມັສຊິມິລິອາໂນ່ ອັລເລກຣີ ອະ ດີດຜູ້ຈັດການທີມຢູເວນຕຸສ ທີ່ ຢູ່ໃນລາຍຊື່ຂອງ ສະເປີ ເຊັ່ນ ກັນ.
