ຄວາມຈິງ! ເຫດເຄື່ອງຫລິ້ນຢຸດເຮັດວຽກ ຍ້ອນລະບົບໄຟຟ້າຂັດຂ້ອງ


ພາຍຫລັງໄດ້ມີສື່ສັງຄົມອອນລາຍເຜີຍແຜ່ໃນວັນທີ 18
ພະຈິກນີ້ວ່າມີເຫດການເຄື່ອງຫລິ້ນປະເພດໜຶ່ງຢູ່ສວນສະໜຸກເປີດໃໝ່ ທີ່ບ້ານຮ່ອງຄ້າ
ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຢຸດເຮັດວຽກຂະນະທີ່ມີຄົນຂຶ້ນຂີ່ຕິດຄ້າງຢູ່ 2 ຄົນ.

ດັ່ງນັ້ນ, ໜັງສືພິມ ລາວພັດທະນາ ເຮົາໄດ້ສຳພາດຫົວໜ້າຜູ້ຄຸ້ມຄອງສວນສະໜຸກແຫ່ງຄວາມຝັນດັ່ງກ່າວ, ໂດຍໄດ້ຮັບການຊີ້ແຈງວ່າ: ໃນເວລາປະມານ 22:00 ໂມງຂອງວັນທີ 8 ພະຈິກນີ້, ໄດ້ເກີດເຫດເຄື່ອງຫລິ້ນປະເພດໜຶ່ງຢຸດເຮັດວຽກຂະນະທີ່ມີຄົນຂຶ້ນຂີ່ຕິດຄ້າງຢູ່ 2 ຄົນ, ອັນເນື່ອງມາຈາກລະບົບໄຟຟ້າໃນຕົວຂັດຂ້ອງ, ແຕ່ທາງຄະນະຮັບຜິດຊອບສວນສະໜຸກເຮົາໄດ້ຮີບຮ້ອນແກ້ໄຂໄດ້ພາຍໃນ 5 ນາທີ ໂດຍໃຊ້ໝໍ້ໄຟສຸກເສີນທີ່ກຽມພ້ອມໄວ້ສຳລັບກໍລະນີສຸກເສີນແບບນີ້ ແລະ ສາມາດຊ່ວຍຜູ້ຕິດຄ້າງລົງມາດ້ວຍຄວາມປອດໄພດີ.
ພ້ອມນີ້, ຍັງໄດ້ກວດເຊັກລະບົບເຄື່ອງຫລິ້ນປະເພດຕ່າງໆ ພ້ອມລະບົບແກ້ໄຂສຸກເສີນທຸກປະເພດ ເພື່ອຮັບປະກັນຄວາມປອດໄພໃຫ້ຫລາຍຂຶ້ນ.
ແຕ່ເຖິງຢ່າງໃດການຂັດຂ້ອງດັ່ງກ່າວຂອງເຄື່ອງຫລິ້ນໂລດໂພນດັ່ງກ່າວ, ກໍເປັນອຸທາຫອນເຕືອນໃຫ້ພາກສ່ວນກ່ຽວຂ້ອງ ແລະ ຂະແໜງການຄຸ້ມຄອງຕ້ອງໄດ້ເອົາໃຈໃສ່ກວດກາລະບົບເຕັກນິກໃຫ້ດີ ແລະ ໄດ້ຕາມມາດຕະຖານ, ບໍ່ຄ່ອຍປະປ່ອຍໃຫ້ຜູ້ປະກອບການຖືເບົາໃນູຄວາມປອດໄພຂອງຜູ້ມາໃຊ້ບໍລິການ ເພາະເຄື່ອງຫລິ້ນປະເພດນີ້ມີຄວາມສ່ຽງສູງໃນການເກີດອຸປະຕິເຫດຕ່າງໆ.

