ລັດຍັງບໍ່ໄດ້ເງິນຄົບຈາກການຂາຍໄມ້ທີ່ຢຶດໄດ້

ລັດຖະບານໄດ້ແຕ່ງຕັ້ງຄະນະຮັບພິຊອບເລັ່ງທວງໜີ້ຄ້າງມອບຕາມສັນຍາຊື້-ຂາຍໄມ້ບໍ່ຖືກຕ້ອງທີ່ຢຶດມາໄດ້ໃນຂອບເຂດທົ່ວປະເທດ, ພາຍຫລັງເຫັນວ່າມີຜູ້ຊື້ໄມ້ນໍາລັດຫລາຍລາຍບໍ່ມາຖອກເງິນພັນທະທີ່ຍັງຄ້າງ, ໂດຍສະເພາະຢູ່ແຂວງຈໍາປາສັກ, ເຊກອງ ແລະ ອັດຕະປື.
ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ທີ່ຊື້ໄມ້ດ້ວຍການປະມູນນໍາພາກລັດຫລາຍລາຍຢູ່ທ້ອງຖິ່ນຕ່າງໆຍັງບໍ່ໄດ້ມາຊໍາລະມີປະມານ 2,83 ຕື້ກີບ ແລະ 61.556 ໂດລາສະຫະລັດ. ດັ່ງນັ້ນລັດຖະບານໄດ້ມອບໃຫ້ກະຊວງການເງິນແຕ່ງຕັ້ງຄະນະເລັ່ງທວງໜີ້ດັ່ງກ່າວນໍາຜູ້ຊື້ໄມ້ທັງໝົດເພື່ອເອົາເງິນເຂົ້າງົບປະມານໃຫ້ສໍາເລັດໂດຍໄວ. ສ່ວນການກວດກາໄມ້ທີ່ຂຸດຄົ້ນຢູ່ແຂວງຈໍາປາສັກຈໍານວນ 2.800 ກວ່າແມັດກ້ອນນັ້ນ ເຫັນວ່າພະແນກອຸດສາຫະກໍາ ແລະ ການຄ້າ, ກະສິກໍາ-ປ່າໄມ້ ແລະ ອົງການປົກຄອງແຂວງຈໍາປາສັກ ຕົກລົງເຫັນດີຂາຍໃຫ້ໂຮງງານເຟີນີເຈີ ສົມລິດ ສ່ວນບຸກຄົນ ໂດຍບໍ່ມີການປະມູນໃນລາຄາພຽງ 43 ໂດລາສະຫະລັດຕໍ່ແມັດກ້ອນ, ໂດຍໃຫ້ເຫດຜົນວ່າໄມ້ຈໍານວນດັ່ງກ່າວຖືກຂຸດຄົ້ນອອກມາແຕ່ປີ 2013-2014 (ກ່ອນມີຄໍາສັ່ງເລກທີ 15/ນຍ ເຮັດໃຫ້ໄມ້ມີລັກສະນະເປື່ອຍ ແລະ ຄຸນນະພາບການນໍາໃຊ້ຫລຸດລົງ, ດັ່ງນັ້ນຈຶ່ງໄດ້ຮີບຮ້ອນຂາຍເພື່ອຮັບປະກັນບໍ່ໃຫ້ມູນຄ່າຂອງໄມ້ຫລຸດລົງກວ່ານີ້.

