ຍັງມີກຸ່ມຄົນບໍ່ດີລັກລອບເຂົ້າມາເຄື່ອນໄຫວລະເມີດກົດໝາຍຢູ່ລາວດ້ວຍຫລາຍຮູບແບບ

ສປປ ລາວ, ເປັນປະເທດໜຶ່ງທີ່ໄດ້ຮັບການຍົກຍ້ອງຈາກສາກົນວ່າເປັນປະເທດທີ່ມີຄວາມສະຫງົບສຸກ ແລະ ເປັນປາຍທາງຂອງການທ່ອງທ່ຽວອີກໜຶ່ງທີ່ປະທັບໃຈ, ແຕ່ຂະນະດຽວກັນ, ກໍຍັງມີກຸ່ມຄົນບໍ່ດີລັກລອບເຂົ້າມາເຄື່ອນໄຫວລະເມີດລະບຽບກົດໝາຍຂອງ ສປປ ລາວ.
ທ່ານພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນຢູ່ນີ້ວ່າ: ພາຍຫລັງໄດ້ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມກວດກາຄົນເຂົ້າ-ອອກເມືອງຢູ່ດ່ານຕ່າງໆໃນທົ່ວປະເທດພົບວ່າມີຄົນເຂົ້າມາປະມານ 9,8 ລ້ານກວ່າເທື່ອຄົນ ແລະ ອອກໄປຫລາຍກວ່າ 10 ລ້ານເທື່ອຄົນ. ໃນນີ້ພົບເຫັນປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຄື: ບຸກຄົນຕ້ອງຫ້າມເຂົ້າປະເທດມີ 3.342 ຄົນ ໃນນີ້ຫ້າມເຂົ້າຖາວອນ 1.400 ກວ່າຄົນ, ນໍາໃຊ້ໜັງສືຜ່ານແດນປອມ 24 ຄົນ, ພ້ອມນີ້, ໄດ້ກວດກາ ແລະ ແກ້ໄຂຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍ, ໂດຍສະເພາະແມ່ນແກ໊ງໂຈລະກໍາທາງດ້ານໂທລະຄົມ-ຄໍເຊັນເຕີ 982 ຄັ້ງ, ພົບຜູ້ລະເມີດ 6.584 ຄົນ (ຍິງ 1.816 ຄົນ) ມີທັງໝົດ 15 ສັນຊາດ, ນອກນີ້ຍັງມີຄົນຕ່າງປະເທດຈໍານວນໜຶ່ງສວຍໃຊ້ຊ່ອງຫວ່າງກົດໝາຍເຄື່ອນໄຫວອອກ ແຮງງານ, ເຮັດທຸລະກິດ, ຄ້າຂາຍຫາບຫີວ, ເກັບຊື້ສິ່ງເສດເຫລືອ ແລະ ປະກອບອາຊີບອື່ນໆແບບບໍ່ຖືກຕ້ອງລະບຽບກົດໝາຍ.
ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ການກວດກາ-ຄຸ້ມຄອງຄົນຕ່າງປະເທດຢູ່ປະເທດເຮົາຍັງບໍ່ທັນດີນີ້ ຍ້ອນການໂຄສະນາ, ເຜີຍແຜ່ແນະນໍາຂະແໜງການຕ່າງໆຍັງບໍ່ທັນກວ້າງຂວາງ ແລະ ບໍ່ເຂົ້າເຖິງກຸ່ມເປົ້າໝາຍ, ປະຊາຊົນລາວ, ຄົນຕ່າງດ້າວຈໍານວນໜຶ່ງຍັງຖືເບົາຕໍ່ການປະຕິບັດລະບຽບກົດໝາຍ, ຄວາມຮັບພິຊອບໃນວຽກງານຂອງເຈົ້າໜ້າທີ່ຈໍານວນໜຶ່ງບໍ່ທັນສູງ ຈຶ່ງເຮັດໃຫ້ການກວດກາຄົນເຂົ້າ-ອອກເມືອງ, ຄຸ້ມຄອງຄົນຕ່າງປະເທດ ແລະ ນັກທ່ອງທ່ຽວ ຍັງມີສິ່ງທ້າທາຍ ແລະ ຈະໄດ້ສືບຕໍ່ແກ້ໄຂໃຫ້ມີຄວາມສະຫງົບຕາມລະບຽບກົດໝາຍໂດຍໄວ.

