ໂບລີເວຍ(Bolivia) ມີປະທານາທິບໍດີຊົ່ວຄາວ

ລູກເມືອງພວນ
TP-ວັນທີ 14 ພະຈິກໃຫ້ຮູ້ວ່າ: ປະທານລັດຖະສະພາ ໂບລີເວຍ Jeanine Anez ໄດ້ກາຍເປັນປະທານາທິບໍດີຊົ່ວຄາວຂອງ ໂບລີເວຍ, ໃນຂະນະດຽວກັນອະດີດປະທານາທິບໍດີ Evo Morales ກໍຢືນຢັນວ່າ: ຈະສືບຕໍ່, ຕໍ່ສູ້ທາງການເມືອງ ໃນຂະນະທີ່ຕົນເອງລີ້ໄພຢູ່ໃນ ແມັກຊິກໂກ. ພາຍຫຼັງລາອອກຈາກຕຳແໜ່ງ ຈາກອັນທີ່ເຂົາເອີ້ນວ່າ: “ການລັດຖະປະຫານ”.
ທ່ານ ນາງ Jeanine Anez ອາຍຸ 52 ປີ, ໄດ້ສາບານການເຂົ້າຮັບຕຳແໜ່ງ ໂດຍຊ່ອງໜ້າສະມາຊິກລັດຖະສະພາ. ໃນຂະນະດຽວກັນ ສະມາຊິກຝ່າຍຄ້ານ(MAS)ຂອງອະດີດປະທານາທິບໍດີ Morales ວິພາກວິຈານວ່າ ການທີ່ລັດຖະສະພາເຮັດແບບນັ້ນ ແມ່ນຂັດກັບກົດໝາຍ.
ທ່ານ ນາງ Anez ເວົ້າວ່າ: “ຕໍ່ໜ້າສະຖານະການທີ່ຂາດປະທານາທິບໍດີ ແລະ ຮອງປະທານາທິບໍດີນັ້ນ ກໍຕ້ອງແມ່ນປະທານລັດຖະສະພາ ຂຶ້ນເປັນປະທານາທິບໍດີແທນ, ຕົນເອງຂຶ້ນຮັບຕຳແໜ່ງຕາມການກຳນົດຂອງລັດຖະທຳມະນູນ”.
ເມື່ອມີປະທານາທິບໍດີແລ້ວ, ກໍຍັງບໍ່ທັນຮູ້ວ່າ ສະຖານະການຈະດີຂຶ້ນ ຫຼື ບໍ່. ໃນວັນ ອັງຄານ ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດຍັງປະທະກັບຝຸງຊົນທີ່ສະໜັບສະໜູນທ່ານ Morales ຢູ່ທີ່ເມືອງ Cochabamba. ສະມາຊິກລັດຖະສະພາຄົນໜຶ່ງ ຊຶ່ງສະໜັບສະໜູນທ່ານ Morales ໄດ້ຮຽກຮ້ອງໃຫ້ຝຸງຊົນອອກມາຕໍ່ຕ້ານນັບຕັ້ງແຕ່ວັນອັງຄານທີ່ຜ່ານມາ ຈົນກ່ວາທີ່ທ່ານ Morales ຈະກັບມາກຳອຳນາດອີກຄັ້ງ.
ເຈົ້າໜ້າທີ່ຂັ້ນສູງ ທີ່ມາຈາກວໍຊີງຕັນ ສະຫະລັດ ເວົ້າກັບ ຣອຍເຕີວ່າ: “ການລາອອກໄປຂອງ Morales ມັນເປັນບາດກ້າວທີ່ຕັ້ງໜ້າ ເພື່ອໃຫ້ ໂບລີເວຍ ມີຄວາມສະຫງົບ”.
ເຈົ້າໜ້າທີ່ຄົນດັ່ງກ່າວຍັງກ່າວຕື່ມອີກວ່າ: ແມັກຊິກໂກ ໄດ້ແຈ້ງໃຫ້ສະຫະລັດຮັບຊາບຈຸດປະສົງໃຫ້ທ່ານ Morales ໄປລີ້ໄພການເມືອງ ຢູ່ ແມັກຊິກໂກ, ສະຫະລັດຍັງຮຽກຮ້ອງໃຫ້ການຊ່ວຍເຫຼືອຖ້າຫາກມີຄວາມຈຳເປັນ.
ກ່ອນໜ້ານັ້ນ, ລັດຖະມົນຕີການຕ່າງປະເທດຂອງ ແມັກຊິກໂກ Marcel Ebrard ເວົ້າວ່າ: ປະເທດຕົນບໍ່ໄດ້ປຶກສາຫາລື ການລີ້ໄພທາງການເມືອງຂອງ Morales ກັບສະຫະລັດແຕ່ຢ່າງໃດ.
ທ່ານ Morales ເອີ້ນພຶດຕິກຳຂອງ Anez ວ່າ ເປັນການ “ລັດຖະປະຫານ ທີ່ໂຫດຫ້ຽມ ແລະ ຊົ່ວຮ້າຍທີ່ສຸດໃນປະຫວັດສາດ”. “ຕາບໃດທີ່ຂ້ອຍຍັງມີຊີວິດຢູ່ ກໍຈະສືບຕໍ່ເຄື່ອນໄຫວການເມືອງ ແລະ ຈະສືບຕໍ່ຕໍ່ສູ້ຈົນເຖິງທີ່ສຸດ”.

