ສສຊ ສຸມໃສ່ປະກອບຄໍາເຫັນຕໍ່ວຽກງານກວດສອບລັດຖະບານ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 15 ພະຈິກນິ້, ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃນກອງປະຊຸມບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນໃສ່ວຽກງານອົງການກວດສອບລັດຖະບານ ໂດຍລວມແລ້ວເຫັນດີເປັນເອກະພາບຕໍ່ວຽກງານດັັ່ງກ່າວ, ແຕ່ຍັງມີບາງບັນຫາທີ່ ສສຊ ສະເໜີໃຫ້ລັດຖະບານ ກໍຄືກະຊວງກ່ຽວຂ້ອງສຸມໃສ່ປັບປຸງແກ້ໄຂ ໂດຍສະເພາະ ວິທີການແກ້ໄຂການກວດສອບ, ບັນຫາຜູ້ບໍ່ປະຕິບັດວິໄນຜົນຂອງການກວດສອບ-ກວດກາ ແລະ ບັນຫາອື່ນໆຄື:
ທ່ານ ຈັນສີ ແສງສົມພູ ສສຊ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ສະເໜີໃຫ້ອົງການກວດສອບລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ມີການປຶກສາຄົ້ນຄວ້າລະອຽດ ແລະ ກໍານົດເປົ້າໝາຍການກວດກາໃຫ້ຈະແຈ້ງ ເພື່ອບໍ່ໃຫ້ມີການກວດກາຊໍ້າຊ້ອນ, ພ້ອມທັງແຕ່ງຕັ້ງໜ່ວຍກວດກາສະເພາະກິດຮອບດ້ານ ແລະ ເອົາໃຈໃສ່ຂອດຂອງການແກ້ໄຂຜົນການກວດສອບ ແລະ ຜົນຂອງການກວດກາໃຫ້ສໍາເລັດ.
ນອກນີ້, ການກວດກາລັດຖະບານຕ້ອງກວດກາຮອບດ້ານ ໂດຍສະເພາະ ແມ່ນກວດກາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ບັນດາໂຄງການທີ່ຈັດຕັ້ງປະຕິບັດງົບປະມານຂອງລັດ ແລະ ຢາກໃຫ້ເຂັ້ມງວດໃນການກວດກາ, ກວດກາຕາມຫຼັກວິຊາການ ແລະ ຕິດພັນກັບສະພາບຕົວຈິງ, ໃນການກວດກາຕ້ອງເລັ່ງໃສ່ຂັ້ນຕອນການແກ້ໄຂໃຫ້ຫຼາຍຂຶ້ນ, ມາດຕະການແກ້ໄຂຍັງມີລັກສະນະລວມໆ, ບໍ່ຮັດກຸ້ມ, ບໍ່ທັນຈະແຈ້ງ ແລະ ບໍ່ທັນປະຕິບັດຕາມກົດໝາຍຂອງລັດຖະບານ, ໂດຍສະເພາະແມ່ນວິທີແກ້ໄຂ, ດັ່ງນັ້ນຄວນກໍານົດເວລາ ພ້ອມທັງສ້າງບົດບັນທຶກແກ້ໄຂ.
ທ່ານ ສັນຍາ ປະເສີດ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານຂອງກົມກວດກາເອງ ຈະຕ້ອງມີຈັນຍາບັນ, ມີລະບຽບຂອງການກວດກາ ແລະ ລະບຽບຂອງນັກກວດກາ ເພື່ອໃຫ້ຜົນກວດກາມີມາດຕະຖານ, ນອກນີ້ ຄວນເພີ່ມງົບປະມານໃຫ້ພຽງພໍ ແລະ ສະເໜີໃຫ້ປະຕິບັດຕາມກົດໝາຍ ແຈ້ງຜົນການກວດກາຕໍ່ສັງຄົມ ເພື່ອເປັນຫູເປັນຕາໃນການຊ່ວຍຕິດຕາມແກ້ໄຂ.

