ອາທິດຜ່ານມາ, ຢູ່ນະຄອນຫລວງວຽງຈັນມີຜູ້ເສຍຊີວິດຈາກອຸປະຕິເຫດ 5 ຄົນ

 

          ພຽງ 7 ມື້ຜ່ານມາ, ທົ່ວນະຄອນຫລວງວຽງຈັນ, ມີອຸປະຕິເຫດບົນທ້ອງ ຖະໜົນຫລາຍກວ່າ 20 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ, ມີຜູ້ໄດ້ຮັບ ບາດເຈັບຫລາຍກວ່າ 30 ຄົນ ແລະ ມີພາຫະນະເປ່ເພ 20 ກວ່າຄັນ, ໂດຍ ສ່ວນໃຫຍ່ແມ່ນກໍລະນີ ລົດຈັກຕຳກັບລົດຈັກ ແລະ ນອກນີ້ ຍັງມີກໍລະນີພິເສດຄື: ລົດໃຫຍ່ຕຳຄົນຍ່າງ ແລະ ລົດບັນທຸກຕຳເຮືອນປະຊາຊົນສ້າງຄວາມເສຍຫາຍເປັນຈຳນວນຫລາຍ, ເຮັດໃຫ້ສູນເສຍຊີວິດ ແລະ ເສຍອົງຄະອື່ນໆ. ເນື່ອງຈາກຖືເບົາຕໍ່ການເຄົາລົບ ແລະ ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ, ດື່ມສິ່ງມືນເມົາແລ້ວບໍ່ຂັບຂີ່ ແລະ ໝັ່ນກວດກາສະພາບເຕັກນິກຂອງລົດໃຫ້ດີກ່ອນອອກເດີນທາງແຕ່ລະຄັ້ງ.