ທະນາຄານແຫ່ງ ສປປ ລາວ (ທຫລ) ເລັ່ງຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ


ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ຄາດໝາຍສູ້ຊົນດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນປີ 2019 ແມ່ນໃຫ້ອັດຕາເງິນເຟີ້ຢູ່ໃນລະດັບບໍ່ເກີນ 5%, ຄັງສໍາຮອງເງິນຕາຕ່າງປະເທດໃຫ້ກຸ້ມການນໍາເຂົ້າໃຫ້ໄດ້ຫລາຍກວ່າ 3 ເດືອນ, ການອ່ອນຄ່າ ຫລື ແຂງຄ່າຂອງເງິນກີບໃຫ້ຢູ່ໃນຂອບ 5%, ສູ້ຊົນລະດົມເງິນຝາກໃຫ້ຢູ່ໃນລະດັບ 59,80% ແລະ ຍອດສີນເຊື່ອຂອງທະນາຄານທູລະກິດໃຫ້ຢູ່ໃນລະດັບ 55% ຂອງ GDP ແລະ ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ NPL ໃຫ້ຢູ່ລະດັບບໍ່ເກີນ 3% ຂອງຍອດສີນເຊື່ອທັງໝົດ ແລະ ເພື່ອຮັບປະກັນການບັນລຸຄາດໝາຍດັ່ງກ່າວ ທຫລ ໄດ້ດໍາເນີນຫລາຍນະໂຍບາຍຄື: ກໍານົດອັດຕາດອກເບ້ຍພື້ນຖານຂອງ ທຫລ ໃນລະດັບ 4%, ອັດຕາສ່ວນເງິນແຮຝາກບັງຄັບລະດັບ 5% ສໍາລັບເງິນກີບ ແລະ 10% ສໍາລັບເງິນຕາຕ່າງປະເທດ.


ສືບຕໍ່ກໍານົດອັດຕາແລກປ່ຽນອ້າງອີງແຕ່ລະວັນ ເພື່ອໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນປະຕິບັດໃນຂອບ 0,25% ແລະ ກໍານົດອັດຕາຊື້-ຂາຍສໍາລັບເງິນເອີໂຣ 0,5%, ເງິນບາດໄທ 0,75% ແລະ ສະກຸນເງິນອື່ນໆແມ່ນ 2%, ນອກນີ້ໄດ້ຜ່ອນຄາຍລະບຽບການຊື້-ຂາຍເງິນຕາຕ່າງປະເທດກັບມວນຊົນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນໃນວົງເງິນ 10 ລ້ານຕໍ່ຄົນຕໍ່ມື້ ເພື່ອຮັກສາຄວາມເຊື່ອໝັ້ນຕໍ່ຄ່າເງິນກີບໃຫ້ຫລາຍຂຶ້ນ, ເອົາໃຈໃສ່ຕິດຕາມກະແສເງິນໄຫລເຂົ້າ-ອອກຜ່ານລະບົບທະນາຄານ, ສົ່ງເສີມການຊໍາລະສະສາງຜ່ານທະນາຄານ ແລະ ມາດຕະການອື່ນໆ ປັດຈຸບັນຢູ່ລາວເຮົາມີທະນາຄານທຸລະກິດມີທັງໝົດ 43 ແຫ່ງ, 111 ສາຂາ, 536 ໜ່ວຍບໍລິການ ແລະ ມີຕູ້ ATM 1.286 ໜ່ວຍ.


ນອກນີ້, ໄດ້ປະຕິບັດມາດຕະການຕໍ່ຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ແລະ ເຄື່ອນໄຫວບໍ່ສອດຄ່ອງກັບລະບຽບກົດໝາຍ ໂດຍຖອນໃບອະນຸຍາດ 8 ຮ້ານ, ຂັ້ນ ກ່າວເຕືອນ 13 ຮ້ານ ແລະ ໃນຈໍານວນຮ້ານແລກປ່ຽນເງິນຕາຂອງເອກະຊົນທັງໝົດ 258 ຮ້ານ.

