ເວນເກີ ເລັ່ງຊ່ວຍປັບກົດ-ພັດທະນາຄູຝຶກ

ອາແຊນ ເວນເກີ ເລັ່ງ ຊ່ວຍພັດທະນາກະຕິກາຂອງ ການແຂ່ງຂັນເຕະບານ ລວມ ທັງຊ່ວຍພັດທະນາຄູຝຶກທົ່ວ ໂລກ ຫລັງໄດ້ຮັບການແຕ່ງ ຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າ ຝ່າຍພັດທະນາດ້ານເຕະບານ ຄົນໃໝ່ຂອງ ຟີຟາ.
ອາແຊນ ເວນເກີ ຕຳ ນານຜູ້ຈັດການທີມຂອງ ອາ ເຊນອລ ທີມດັງໃນພຣີເມຍ ລີກ ອັງກິດ ອອກມາລະບຸວ່າ: ລາວຢາກຈະເຂົ້າມາຊ່ວຍພັດ ທະນາກົດກະຕິກາການແຂ່ງ ຂັນ ລວມທັງຕ້ອງການຊ່ວຍ ພັດທະນາຄູຝຶກທົ່ວໂລກ ຫລັງ ອະດີດຜູ້ຈັດການທີມ ອາເຊ ນອລ ໄວ 70 ປີ ຫາກໍໄດ້ຮັບ ການແຕ່ງຕັ້ງຈາກສະຫະພັນ ບານເຕະນາໆຊາດ (ຟີຟາ) ໃຫ້ເປັນຫົວໜ້າຝ່າຍພັດທະ ນາດ້ານບານເຕະຄົນໃໝ່ ໃນ ວັນທີ 13 ພະຈິກນີ້.
ເວນເກີ ກ່າວວ່າ: ຂ້ອຍ ກຳລັງລໍຖ້າຄວາມທ້າທາຍ ຄັ້ງສຳຄັນຄັ້ງນີ້ ບໍ່ແມ່ນພຽງ ເພາະຂ້ອຍເປັນຄົນມັກວິເຄາະ ບານເຕະຈາກທົ່ວທຸກມຸມ ໂລກ ແຕ່ຍັງເປັນເພາະພາລະ ກິດຂອງຟີຟາໃນຖານະອົງ ກອນບານເຕະໂລກມັນຄວບ ຄຸມທົ່ວໂລກຢ່າງແທ້ຈິງ, ຂ້ອຍເຊື່ອວ່າ: ຟີຟາໃນຍຸກໃໝ່ ໄລຍະ 2-3 ປີຜ່ານມາ ຍົກໃຫ້ ເກມການແຂ່ງຂັນເປັນຫົວໃຈ ຫລັກຂອງເປົ້າໝາຍຕ່າງໆ ແລະ ມຸ່ງໝັ້ນທີ່ຈະພັດທະນາ ການແຂ່ງຂັນໃນທຸກໆອົງປະ ກອບ ເຊິ່ງຂ້ອຍຮູ້ວ່າຂ້ອຍ ຊ່ວຍໄດ້ໃນເລື່ອງນີ້ ແລະ ຂ້ອຍຈະທຸ້ມກຳລັງເຕັມສ່ວນ ໂດຍພາບລວມ ຂ້ອຍຢາກ ຊ່ວຍພັດທະນາກົດກະຕິກາ ການແຂ່ງຂັນ, ຂ້ອຍອາດມີ ສ່ວນຮ່ວມກັບ IFBA (ຄະ ນະກຳມະການສະມາຄົມ ບານເຕະສາກົນ ອົງກອນທີ່ມີ ໜ້າທີ່ຮ່າງ ແລະ ແກ້ໄຂກົດ ກະຕິກາການແຂ່ງຂັນ) ແຕ່ ໂດຍຫລັກແລ້ວ ຂ້ອຍຢາກ ຊ່ວຍປັບປຸງເລື່ອງຄວາມມີປະ ສິດທິພາບຂອງເກມ ແລະ ຊ່ວຍເລື່ອງການພັດທະນາຄູ ຝຶກ.

