ບຸນທາດຫລວງສູນລວມນ້ຳໃຈມະຫາສາມັກຄີ

ໂດຍ: ທິດກ່ຳ
ບຸນນະມັດສະການພະທາດຫລວງປະຈຳປີ ພສ 2562 ໄດ້ສຳເລັດຊິ້ນລົງດ້ວຍຄວາມສະຫງົບຈົບງາມເລີ່ມມີການຄົບງັນຢ່າງເປັນທາງການມາແຕ່ວັນທີ 5 ຫາ ວັນທີ 11 ພະຈິກກໍເປັນມື້ສຸດທ້າຍກົງກັບມື້ເພັງ 15 ຄ່ຳເດືອນ 12 ລາວ, ຕອນເຊົ້າມີກິດຈະກຳທາງສາສະໜາໄຫວ້ພະຮັບສິນ, ໄຫວ້ພະທາດຫລວງຈາກນັ້ນກໍມີການໃສ່ບາດ, ຖວາຍສັງຄະທານແດ່ພະສົງສາມະເນນ, ຕອນບ່າຍກໍມີການຕີຄີລະຫວ່າງຝ່າຍລັດຖະກອນກັບຝ່າຍປະຊາຊົນຜົນອອກມາກໍຄືຝ່າຍປະຊາຊົນຊະນະໄປດ້ວຍຄະແນນ 4 ຕໍ່ 3.
ສ່ວນຕອນຄ່ຳມີການວຽນທຽນ, ຈູດບັ້ງກະໂພກເພື່ອສັກກາລະບູຊາພະທາດຫລວງຕາມຮີດຄອງປະເພນີທີ່ ຊາວລາວເຮົາເຄີຍປະຕິບັດກັນມາແຕ່ບູຮານນະການ.
ອັນທີ່ພິເສດ, ໃນງານບຸນ ປີນີ້ຖືວ່ານັບຕັ້ງແຕ່ມື້ຕັ້ງບຸນຈົນຮອດມື້ສຸດທ້າຍໄດ້ຈົບລົງດ້ວຍຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍທຸກປະການ, ຕໍ່ກັບການຄົບງັນສະເຫລີມສະຫລອງກໍມີຫລາກຫລາຍສີສັນນັບແຕ່ການວາງສະແດງສິນຄ້າການວາງສະແດງສິລະປະວັດທະນະທຳລາວ,ການບໍລິການຂາຍເສື້ອຜ້າອາພອນ, ວັດຖຸອຸປະກອນຕ່າງໆ, ເຄື່ອງກິນເຄື່ອງດື່ມ, ເຄື່ອງໃຊ້ສອຍລາມໄປຮອດປະເພດອາຫານ ຫວານຄາວ, ເຂົ້າຫລາມປິ້ງໄກ່ໂຕນ້ອຍໂຕໃຫຍ່ມີທຸກຢ່າງໃຫ້ເລືອກ.
ສະຫລຸບແລ້ວ, ເທົ່າທີ່ທິດກ່ຳ ໄດ້ໄປສຳພັດຖືວ່າມີດີຫລາຍຢ່າງ, ອັນຫຍໍ້ທໍ້ມີໜ້ອຍທີ່ຍັງຕິດທ້ອຍໄປດ້ວຍປາກົດການຫລືມເກົ່າ, ຫລືມໃໝ່ໄດ້ບົດຮຽນໄປນຳເພື່ອປີໜ້າ, ອັນດີກໍພ້ອມກັນສົ່ງເສີມອັນບໍ່ດີກໍພ້ອມພາກັນແກ້ໄຂໃຫ້ສັງຄົມ ແລະ ຊາວໂລກເຂົາຍົກຍ້ອງຊົມເຊີຍ.
ສິ່ງທີ່ທິດກ່ຳ ຂໍຍົກໂປ້ໃຫ້ນັ້ນແມ່ນຄວາມໃສ່ໃຈໃນການຮັກສາຄວາມສະອາດຈົບງາມໃນງານບຸນຄືມີກະຖັງຢັງຢາຍສຳລັບມ້ຽນຂີ້ເຫຍື້ອອັນເປັນການສ້າງຈິດ ສຳນຶກທີ່ດີໃຫ້ຄົນລາວທີ່ມາຈາກທຸກສາລະທິດມີສະຕິໃນການເປັນເຈົ້າຕໍ່ຄວາມສະອາດຈົບງາມ, ຂໍຊົມເຊີຍເປັນຢ່າງຍິ່ງຕໍ່ຂະບວນການຊາວໜຸ່ມທີ່ເປັນກຳລັງແຮງຊ່ວຍເຈົ້າໜ້າທີ່ໃນການກວດກາ, ປົກປັກຮັກສາຄວາມສະຫງົບປອດໄພ ແລະ ມີທິມງານຂອງຂະບວນຊາວໜຸ່ມໃນການປາບຂີ້ເຫຍື້ອໃນບໍລິເວນງານບຸນ.
ສ່ວນວ່າປາກົດການຫຍໍ້ທໍ້ແບບເກົ່ານັ້ນກໍຄື: ເຈົ້າຂອງຜູ້ປະມູນເປັນເສືອນອນ ກິນ, ມີຮອດສອງສາມຕໍ່ເຮັດໃຫ້ຄ່າເຊົ່າເຕັ້ນຫ້ອງໜຶ່ງເປັນຫ້າລ້ານສິບລ້ານ, ປານນັ້ນພັດວ່າເຂົາຂາຍແພງ,ຊີບໍ່ແພງແນວໃດຂອງແນວເຂົາເຊົ່າຫ້ອງຫລາຍຕິດຫລາຍຕໍ່, ແຕ່ເຖິງປານນັ້ນຍັງໄດ້ຍິນສຽງໂຄສະນາ “ເລເດີເລເດີ” ສຽງຜູ້ຝົດສະນັ່ນຫວັ່ນໄຫວໂຄໃນມື້ເລິກລາກັນໃນຕອນເຊົ້າວັນທີ 12 ພະຈິກ ເສື້ອຜາໂຕ 20.000 ລົງມາ 10.000 ທັງຈ່າວຂາຍທັງມ້າງເຕັ້ນໄປພ້ອມໆກັນ, ປາກົດການອັນທີສອງທີ່ເຫັນວ່າບໍ່ທັນຄັກນັ້ນຄືບໍ່ມີຫ້ອງນ້ຳບໍລິການຮັບໃຊ້ພຽງພໍທິດກ່ຳໄປຫາເລາະເບິ່ງການບໍລິການຫ້ອງນ້ຳບໍ່ເຖິງ 10 ບ່ອນເບິ່ງຄົນໄປທ່ຽວບຸນເປັນໝື່ນເປັນແສນ, ເຫັນພວກນັກດື່ມທັງຫລາຍພາກັນລຽນແຖວເຂົາຫ້ອງນ້ຳຍາວຢຽດຜູ້ໃດອົດບໍ່ໄດ້ກໍຈຳເປັນແລ່ນໄປປົດທຸກຢູ່ບ່ອນສີມຶດໆເດິກມາເທົ່າໃດກິ່ນເໝັນສາບຄາວອາລະວາດຍາມທ່ຽງຄືນໃຜກາຍ ໄປກາຍມາກໍຈົນໄດ້ງຸ່ມປາກ, ຍັງໄຄແດ່ແຕ່ພວກຄໍທອງແດງທີ່ນັ່ງກ໊ອກຢູ່ບ່ອນໃກ້ຄຽງກິນເມົາໄປຈົນບໍ່ຮູ້ສຶກວ່າມີກິ່ນເໝັນກິນຂິວຫຍັງຂໍພຽງໄດ້ຍົກ.
ດີແທ້ໃນປີໜ້າຄະນະກຳມະການບຸນຕ້ອງໄດ້ພາກັນຄຳນຶງເຖິງດ້ານນີ້ເພາະຄວາມ ສະອາດມັນມີທັງນ້ຳທັງຕ່ອນ ແລະ ຂໍໃຫ້ຖືເປັນອັນສຳຄັນໂດຍຈັດໃຫ້ມີຫ້ອງນ້ຳຫລາຍໝ້ອງເທົ່າໃດຍິ່ງເປັນການດີທັງມີວິທີສະກັດກັ້ນພວກໄປປົດທຸກແບບຊະຊາຍ, ເຮົາຄິດວ່າ ລາຍຮັບກໍຈະໄດ້ເພີ່ມຂຶ້ນຄວາມສະອາດກໍຈະມີ, ທັງອາກາດກໍປອດໂປ່ງສົດໃສໄປພ້ອມ.
ເຖິງຢ່າງໃດກໍດີ, ເທົ່າທີ່ສັງເກດປີນີ້ມີລະບຽບຈົບງາມຫລາຍ, ຄົນກໍບໍ່ແອອັດຍັດແຍ່ກັນ. ການຈັດວາງຫ້າງຮ້ານກໍເປັນລະບຽບຈົບງາມ, ການປະດັບປະນັບທັງການສະ ແດງກໍສົມນ້ຳສົມຕ່ອນອັນເປັນການສະແດງເຖິງງານບຸນທີ່ຊາວລາວເຮົາເອກອ້າງທະ ນົງໃຈຕໍ່ແຂກຕ່າງດ້າວທ້າວຕ່າງແດນທີ່ມາທ່ຽວມາຊົມ ແລະ ເປັນການໂຄສະນາ ໃຫ້ຊາວໂລກໄດ້ຮັບຮູ້ວ່າຊາດລາວຄົນລາວເຮົາມີອະລິຍະທຳທີ່ເປັນເອກະລັກພັກດີ, ສາມັກ ຄີຮັກແພງກັນເຮັດໃຫ້ບຸນນະມັດສະການພະທາດຫລວງກາຍເປັນສູນລວມແຫ່ງນ້ຳໃຈ ມະຫາສາມັກຄີຂອງຊາວພຸດກໍຄືຊາວນະຄອນຫລວງວຽງຈັນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ./.

