ອາທິດນີ້ອາກາດຈະເຢັນລົງ 1-3 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 13-17 ພະຈິກນີ້, ສະພາບອາກາດຢູ່ປະເທດເຮົາອຸນຫະພູມຈະຫລຸດລົງຕື່ມ 1-3 ອົງສາ, ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກ.
ສະເພາະພາກເໜືອຈະມີໝອກປົກຫຸ້ມຫລາຍ. ສ່ວນພາກກາງ ແລະ ໃຕ້ຈະມີໝອກປົກຫຸ້ມໃນຕອນເຊົ້າ. ສໍາລັບສະພາບອາກາດແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ: ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດຈະໜາວເຢັນ, ພ້ອມມີໝອກໜາ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 9-23 ອົງສາ. ພາກເໜືອດ້ານຕາເວັນຕົກ: ແຂວງອຸດົມໄຊ, ຫລວງນໍ້າທາ, ເຂດເມືອງສິງ ແລະ ເມືອງວຽງພູູຄາ ອາກາດຈະໜາວເຢັນ ແລະ ມີໝອກໜາປົກຫຸ້ມ ອຸນຫະພູມແຕ່ 13-28 ອົງສາ. ພາກກາງ: ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ອຸນຫະພູມແຕ່ 20-33 ອົງສາ. ພາກໃຕ້: ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ອາກາດຈະເຢັນໃນຕອນກາງຄືນກາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມແຕ່ 19-31 ອົງສາ.

