ເຊລຊີ ຍື່ນຂໍ້ສະເໜີ 100 ລ້ານເອີໂຣ ທາບທາມ ເບລ ຮ່ວມທີມ

ເຊລຊີ ຕົກເປັນຂ່າວຍື່ນຂໍ້ ສະເໜີ 100 ລ້ານເອີໂຣ ໃຫ້ກັບ ຣິນ ມາດຣິດ ເປັນຄ່າໂຕຂອງ ແກ ເຣັດ ເບລ.

ເບລ ອາຍຸ 27 ປີ ມີປັນຫາ ສະພາບຮ່າງກາຍໃນຕະຫຼອດລະ ດູການ ແລະໄດ້ລົງສະໜາມລວມ ທຸກລາຍການໄປພຽງ 26 ນັດ ເທົ່ານັ້ນກັບການຫຼິ້ນໃນຖິ່ນ ຊານ ຕິອາໂກ ເບນາເບລ ເປັນປີທີ 4 ເຊິ່ງເລື່ອງນີ້ເຮັດໃຫ້ຫົວໜ້າບໍລິ ຫານ ຣິນ ມາດຣິດ ບໍ່ພໍໃຈ ແລະ ພ້ອມທີ່ອະນຸຍາດໃຫ້ນັກເຕະຍ້າຍອອກໄດ້.

ດອນ ບາລອນ ສື່ຂອງ ສະ ເປນ ລະບຸວ່າ ເຊລຊີ ພ້ອມທີ່່ຈະ ຄວ້າໂຕ ເບລ ມາຍັງຖິ່ນສະແຕມ ຟອດ ບຣິດ ໂດຍເຊື່ອວ່າຈະກັບ ມາສົມບູນພ້ອມຫຼິ້ນໄລຍະຍາວຕໍ່ ໄປ ແລະ ຈະຍື່ນຂໍ້ສະເໜີ 100 ລ້ານເອີໂຣ ໃຫ້ທີມ ຣິນ ມາດຣິດ ພິຈາລະນາ.

ລາຍງານວ່າຖ້າ ເຊລຊີ ຍື່ນ ໂຕເລເກຂົ້າມາແທ້ ກຽມເປີດໂຕ ເບລ ເປັນລູກທີມຄົນໃໝ່ໄດ້ເລີຍ ເມື່ອ ຣິນ ມາດຣິດ ພ້ອມຕອບຮັບ ຂໍ້ສະເໜີໄວ້ດ້ວຍຄວາມເຕັມໃຈ ນອກຈາກນີ້ຍັງມີຄວາມເປັນໄປ ໄດ້ທີ່ ເບລ ຈະຍ້າຍສະຫລັບກັບ ເອ ເດນ ອາຊາ ໂດຍກົງຫາກ ຣິນ ມາດຣິດ ດຳເນີນເລື່ອງຈິງຈັງທີ່ ຈະຄວ້າ ອາຊາ ໄປຍັງຖິ່ນຊານຕິ ອາໂກ ເບນາເບລ.