ການຜະລິດສະບຽງອາຫານຂອງນະຄອນຫລວງມີທ່າອ່ຽງດີຂຶ້ນ

ພະແນກກະສິກໍາ-ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສະພາບການຜະລິດສະບຽງອາຫານຂອງຊາວກະສິກອນໃນທົ່ວນະຄອນຫລວງວຽງຈັນປີນີ້ແມ່ນໄດ້ຜົນຜະລິດຫລາຍສົມຄວນ, ໂດຍສະເພາະແມ່ນປະເພດພືດຜັກ ແລະ ໝາກໄມ້, ຂະນະທີ່ການຜະລິດເຂົ້າແມ່ນຫລຸດຄາດໝາຍເລັກໜ້ອຍ, ເນື່ອງຈາກຕາມແຜນການປີກໍານົດໄວ້ມີເນື້ອທີ່ 68.270 ກວ່າເຮັກຕາ, ແຕ່ປັກດໍາຕົວຈິງປະຕິບັດໄດ້ພຽງ 66.270 ກວ່າເຮັກຕາ, ສາມາດເກັບກ່ຽວເຂົ້າໄດ້ຫລາຍກວ່າ 302.560 ໂຕນ, ເຊິ່ງລື່ນແຜນການຄວາມຕ້ອງການຂອງຜູ້ບໍລິໂພກທີ່ຕັ້ງໄວ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ, ທັງມີເຂົ້າເຫລືອແຮໄວ້ ແລະ ຈໍລະຈອນໃນຕະຫລາດໄດ້ທົ່ວເຖິງ. ສ່ວນການຜະລິດພືດຜັກປະຕິບັດໄດ້ 112.780 ກວ່າໂຕນ ເທົ່າກັບ 101%, ໝາກໄມ້ປະຕິບັດໄດ້ 26.430 ກວ່າໂຕນ ເທົ່າກັບ 212% ຂອງແຜນການ.
ອັນພົ້ນເດັ່ນແມ່ນການປູກກ້ວຍ, ໝາກຫຸ່ງ, ມັງກອນ, ໝາກມ່ວງ, ໝາກເງາະ, ໝາກພ້າວ, ລໍາມຸດ, ໝາກຂຽບ, ໝາກແຕງ, ໝາກຂາມ ແລະ ພືດໃຫ້ໝາກອື່ນໆ, ສ່ວນໝາກໄມ້ເຂດໜາວປະເພດ ໝາກແອັບເປີ້ນ, ເຊີຣີ, ລາແຊັງ, ລອງກ່ອງ….ຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ. ສໍາລັບການຜະລິດທາດຊີ້ນກໍເຫັນວ່າເພີ່ມຂຶ້ນ, ນອກຈາກການລ້ຽງປາແມ່ນບໍ່ປະຕິບັດຕາມແຜນ ຍ້ອນສະພາບໄພທໍາມະຊາດ.
ສໍາລັບການຜະລິດເປັນສີນຄ້າຕາມນະໂຍບາຍສົ່ງເສີມລັດຖະບານ ກໍປະຕິບັດໄດ້ຫລາຍໂຄງການຄື: ໂຄງການຜະລິດຊີ້ນງົວ, ປູກເຂົ້າອິນຊີ, ສາລີ, ມັນຕົ້ນ, ລ້ຽງໝູ, ສັດປີກ, ລ້ຽງປາ ແລະ ສັດນໍ້າເປັນສີນຄ້າ, ເຊິ່ງທັງໝົດນີ້, ລ້ວນແຕ່ໄດ້ສ້າງອາຊີບຄົງທີ່, ພ້ອມທັງສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຊາວກະສິກອນ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

