ລະວັງພວກຈອນຈັດຫາງັດແງະລັກຊັບພົນລະເມືອງ

ໂດຍ: ທິດກ່ຳ
ໃນສັງຄົມເຮົາປັດຈຸບັນ, ບໍ່ວ່າຢູ່ຕົວເມືອງກໍຄືຢູ່ຊົນນະບົດນັບທັງເຂດຫ່າງໄກສອກຫລີກແມ່ນມີປາກົດການຫຍໍ້ທໍ້ຫລາຍຢ່າງເກີດຂຶ້ນ ແລະ ລາມພະລາມຈົວໄປຢ່າງໜ້າເປັນຫວ່ງເຊັ່ນ: ບັນຫາດຶງກະເປົາ, ລັກລົດຈັກ, ງັດແງະເຂົ້າເຮືອນຄົນຍາມເດິກດື່ນທ່ຽງຄືນ, ຫາເລາະຈີ້ເອົາລົດປຸ້ນເອົາເງິນ, ຕາມເສັ້ນທາງ, ນ້ອຍໃຫຍ່, ບ່ອນມືດມິດ, ຫາເລາະທຸບແວ່ນລົດເພື່ອເອົາຊັບສິນ, ລັກເອົາສາຍໄຟໝໍ້ໄຟ, ລັກເປັດ, ລັກໄກ່, ລັກງົວລັກຄວາຍສັບມະປີສຸດແລ້ວແຕ່ກາລະໂອກາດ ແລະ ເງື່ອນໄຂເອື້ອອຳນວຍໃຫ້ພວກເຂົາແຖວບ້ານທິດກ່ຳໃນທຸກໆອາທິດເກືອບວ່າບໍ່ປອດ, ບຶດໜຶ່ງພັດໄດ້ຍິນຢູ່ຄຸ້ມໃຕ້, ຄຸ້ມເໜືອ, ຕື່ນເຊົ້າມາພັດໄດ້ຍິນເຂົາໂສເຫລ້ກັນວ່າໂຈນມາລັກເອົາໝໍ້ໄຟຄືນນີ້.
ຫວ່າງທິດຫລັງໆເຮືອນຂ້າງບ້ານທິດກ່ຳແຂນຈົນຫວ້າຍ, ໜ້າຜາກອາບດ້ວຍເລືອດບຸນແຕ່ບໍ່ເສຍຊີວິດຍ້ອນໂຈນດຶງກະເປົາຢູ່ເຂດບ້ານດອນໜູນ, ຈັກແຮງ ຈັກຄ່ອຍສາຍກະເປົາຈົນຂາດຕົກລົງພື້ນ, ບັງເອີນມີຄົນເຫັນອີ່ເລີເບີເສີຮ້ອງໃສ່ ແຊວໆ ສຸດທ້າຍໂຈນສອງຄົນເລີຍປົບໜີກ່ອນ.ຍັງແຄນແດ່ແຕ່ກະເປົາບໍ່ໄປຕົກຢູ່ກຳມືໂຈນບໍ່ດັ່ງນັ້ນກໍທັງເຈັບທັງເໝັນ.
ສະພາບບ້ານເມືອງເຮົາໃນປັດຈຸບັນ, ເບິ່ງພາບໂດຍລວມແລ້ວຄືວ່າມີຄວາມສະຫງົບປອດໄພ; ແຕ່ມາເບິ່ງກິໆກີໆບັນຫາປາກົດການຫຍໍ້ທໍ້ໃນສັງຄົມປຸ້ນຈີ້ຊີງຊັບ, ລັກຊັບປາກົດວ່າມັນຂ້ອນຂ້າງຢູ່ຍາກຈະໄປໃສມາໃສກໍຕ້ອງໄດ້ລະມັດລະວັງ.
ເຜີໆມານອນກາງຄືນກໍບໍ່ເປັນຫລັບເປັນຕື່ນຢ້ານໂຈນມາງັດເຮືອນລັກເອົາລົດລາງພາຫະນະ ຫລື ວັດຖຸສິ່ງຂອງໄປໂດຍບໍ່ຮູ້ສຶກຕົວ. ຍົກບັນຫານີ້ຂຶ້ນມາຫລາຍຄົນອາດໄດ້ຍິນ, ໄດ້ຟັງ ແລະ ໄດ້ເຫັນຂ່າວຄາວ ຫລື ວ່າປະສົບພົບພໍ້ກັບເຫດການຕົວຈິງມາແລ້ວຫລາຍຕໍ່ຫລາຍພວກໂຕການຈອນຈັດເຫລົ່ານີ້, ໃນຕົວຈິງກໍແມ່ນພວກທີ່ຕິດຢາມ້າຄ້າຢາເມົາກາຍເປັນຄົນເຖື່ອນ, ເປັນນັກເລງອັນຕະ ພານລອຍນວນຢູ່ໃນສັງຄົມບ້ານເມືອງນັບມື້ມີທ່າອ່ຽງແຜ່ລາມຂຶ້ນຕິກໆ.
ເມື່ອຕັ້ງໂຈດກັນວ່າເຮົາຈະປາບພວກຈອນຈັດນີ້ໄດ້ແນວໃດ? ຄຳຕອບກໍຄືມັນກໍ່ຂຶ້ນກັບຫລາຍປັດໄຈ ແລະ ຫລາຍເງື່ອນໄຂ ແຕ່ໂຕອັນຕັດສິນລວມແມ່ນເສດຖະກິດມັ່ງຄັງຮັ່ງມີ.
ລາຍໄດ້ສ່ວນບຸກຄົນມີຢູ່ມີກິນ, ມີໃຊ້ມີຈ່າຍ, ກ້າວໄປເຖິງເຫລືອຢູ່ເຫລືອກິນ, ເຫລືອຈ່າຍອັນສອງມາຕ້ອງປອດຢາເສບຕິດພາຍໃນປະເທດ, ສົມທົບເບື້ອງເຈົ້າໜ້າທີ່ກໍເກັ່ງ, ເຂັ້ມແຂງ ແລະ ເດັດຂາດເໝືອນດັ່ງປະເທດທີ່ເຂົາມີການພັດທະນາແລ້ວ.
ອັນສາມມາສະຖາບັນຄອບຄົວຕ້ອງເປັນຫລັກໃນການສຶກສາອົບຮົມດູແລລູກເຕົ້າ, ລາມໄປຮອດສະຖາບັນການສຶກສາ, ອຳນາດການປົກຄອງທ້ອງຖິ່ນເປັນຜູ້ຕິດຕາມກວດຂຶ້ນສຳມະໂນຄົວຕົວເລກ, ກຳໄດ້ເປົ້າໝາຍ, ຄົນດີຄົນຮ້າຍເພື່ອມີການຕິດຕາມກວດກາຄົນບໍ່ດີໃນທ້ອງຖິ່ນ ເພາະຄົນພວກນີ້ມັນຝັງຢູ່ຄອກແຄແຈຮົ້ວ, ຄຸ້ມບ້ານ, ເຮືອນຊານບ້ານຊ່ອງ, ເຮືອນພັກ, ເຮືອນເຊົ່າ ຫລື ຢູ່ກະໂຕກ້ອງຂີ້ແຮ້ໃກ້ເຮືອນນາຍບ້ານ, ເຮືອນທ່ານເຈົ້າເມືອງນັ້ນເອງ.
ສະພາບຜ່ານມາກໍຄືປັດຈຸບັນເປັນຫຍັງພວກຈອນຈັດເຫລົ່ານີ້ ຈຶ່ງຍືນຍົງຄົງຕົວ ແລະ ມີອັດຕາຂ້ອນຂ້າງແຜ່ລາມຂຶ້ນ. ອັນສາເຫດກໍຍ້ອນວ່າພວກເຮົາທີ່ເປັນເຈົ້າໜ້າທີ່ກ່ຽວຂ້ອງໂດຍກົງສ່ວນຫລາຍພາກັນລະເຫລີງໃສ່ນ້ຳມັນກາເຕົ່າ, ຜູ້ຂີ້ລົດຈັກກໍເຮັດໂສ້ບໍ່ເຄັ່ງ, ທັງຈົ່ມວ່າບໍ່ມີເງິນຊື້ນ້ຳມັນໃສ່ລົດໄປແລ່ນວຽກ.
ຜູ້ມີລົດໃຫຍ່ພັດເຮັດລົດຕີນອ່ອນຕີນແປເວລາມີເຫດມາກະທົບພັດວ່າຍັງບໍ່ມີງົບ ຫລື ມີພັດວ່າບໍ່ພໍໃຊ້ບໍ່ພໍຈ່າຍເພາະການໄປມັນຫຍຸ້ງຍາກອາໄສແຕ່ການເວລາ ແລະ ສະພາບຕົວຈິງມາຕັດສິນ, ປະປ່ອຍຕາມຂະເຍີມ, ຕາມມີຕາມເກີດ, ແກ້ໄດ້ສ່ຳໃດ ກໍເອົາສ່ຳນັ້ນ, ຖືວ່າບຸນບ້ານເຮົາຄ່ອຍຫລິ້ນຄ່ອຍກິນ, ອີງຕາມໄພ້ໃຊ້ຕາມເງິນ, ນ້ຳບໍ່ຍ້ອຍຫອຍກໍບໍ່ໄຕ່ເວົ້າແຈ້ງແລ້ວພາກັນເຮັດຄືໂສ້ບໍ່ເຄັ່ງມັນກໍເລີຍຕົກຢູ່ໃນສະພາບລວາດແຂ້ວເຕົາ.
ໃນຄວາມເປັນຈິງແລ້ວ, ເວົ້າເຖິງການປາບປາມປາກົດການຫຍໍ້ທໍ້ ຖ້າພວກເຮົາຫາກຈິງຈັງພ້ອມກັນເຢີກຖ້າບໍ່ໄດ້ຮັບຜົນເຕັມຮ້ອຍມັນກໍຢູ່ໃນເກນທີ່ດີມີຄວາມສະຫງົບຫລາຍກວ່າສະພາບປັດຈຸບັນຫລາຍເທົ່າ, ຍົກບັນຫານີ້ຂຶ້ນມາ, ກໍບໍ່ໝາຍຄວາມວ່າເຈົ້າໜ້າທີ່ເຮົາບໍ່ເກັ່ງ, ໃນຜ່ານມາກໍສາມາດເລີກຮື້ໄດ້ເປັນແກ້ງ ແລະ ສາມາດນຳເອົາວັດຖຸຊັບສິນຄືນມາໃຫ້ເຈົ້າຂອງເດີມຢ່າງຫລວງ ຫລາຍພາຍມາກບາງລາຍຈັບເຂົ້າຄຸກອອກມາເປັນຄືເກົ່າ ຫລື ຮ້າຍແຮງ ກວ່າເກົ່າ.
ພວກຈອນຈັດບາງລາຍເຈົ້າໜ້າທີ່ຄຸມຂັງຈົນຈື່ໜ້າບັກນີ້ເມື່ອຍຈັບເອົາມັນເຂົ້າຄຸກແລ້ວວ່າຊັ້ນ. ທາງເບື້ອງນະຄອນຫລວງຂອງພວກເຮົາເພິ່ນກໍໄດ້ປະກາດສັກສີຢ່າງເດັດຂາດວ່າຖືເອົາວຽກປາບປາກົດການຫຍໍ້ຢູ່ໃນນະຄອນ ຫລວງເປັນວຽກບູລິມະສິດໜຶ່ງທີ່ຈະຕ້ອງພ້ອມກັນເຮັດຢ່າງເດັດຂາດ.
ແຕ່ໃນຕົວຈິງບັນຫາອຸປະຕິເຫດ, ກັບບັນຫາຂີ້ລັກງັດແງະ, ສະພາບປຸ້ນຈີ້ຂ້າ ກັນຕາຍຍິງກັນຕາຍມັນກໍຍັງມີຢູ່ ແລະ ຈະມີອີກຕໍ່ໄປ.
ເຖິງຢ່າງໃດກໍດີ, ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາພວມມີການສ້າງສາພັດທະນາໄປຄຽງຄູ່ກັບການປະເຊີນໜ້າກັບສະພາບແວດລ້ອມ ແລະ ສິ່ງທ້າທາຍຫລາຍດ້ານພວກເຮົາຕ້ອງໄດ້ພ້ອມກັນເປັນຫູເປັນຕາ ແລະ ຊ່ວຍ ແກ້ໄຂເພາະວຽກປ້ອງກັນຊາດປ້ອງກັນຄວາມສະຫງົບແມ່ນເປັນພາລະກິດໜຶ່ງຂອງປວງຊົນລາວທັງຊາດ./.


