ຫວຽດນາມ – ນິວຊີແລນ ເຊັນຂໍ້ຕົກລົງຮ່ວມມືຫຼາຍຂົງເຂດ

ຮຽບຮຽງໂດຍ: ລູກເມືອງພວນ

THANH NIEN ONLINE ວັນທີ 30 ຕຸລານີ້ ໃຫ້ຮູ້ວ່າ: ຫວຽດນາມ ແລະ ນິວຊີແລນ ໄດ້ລົງນາມຮ່ວມມືກັນຫຼາຍສະບັບເຊັ່ນ: ໃນຂົງເຂດ ການສຶກສາ, ການຄ້າ ແລະ ຂົງເຂດອຸຕຸນິຍົມ ເນື່ອງໃນໂອກາດ ລັດຖະມົນຕີກະຊວງການເງິນ, ກິລາ ແລະ ບັນເທີງ ນິວຊີແລນ Grant Robertson ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ວັນທີ 30 ຕຸລານີ້ ທ່ານລັດຖະມົນຕີ Robertson ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມຂໍ້ຕົກລົງການສະໜອງໄມ້ຂອງບໍລິສັດນິວຊີແລນໃຫ້ບໍລິສັດຜະລິດເຄື່ອງຕົກແຕ່ງພາຍໃນເຮືອນຂອງນະຄອນໂຮ່ຊິມິນ

ວັນທີ 29 ຕຸລານີ້, ທ່ານລັດຖະມົນຕີ Robertson ໄດ້ມາຢ້ຽມຢາມຫວຽດນາມເປັນເວລາ 3 ວັນເພື່ອດຶງດູການຮ່ວມມືທາງດ້ານການເງິນ, ການຄ້າ ແລະ ເສດຖະກິດລະຫ່ວາງສອງປະເທດ. ໃນຂະນະດຽວ ລັດຖະມົນຕີ Robertson ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມຂໍ້ຕົກລົງຮ່ວມມືຫຼາຍຂົງເຂດ ລະຫ່ວາງສອງປະເທດ.

ວັນທີ 29 ຕຸລາ ທ່ານລັດຖະມົນຕີ Robertson ແລະ ກຳມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມຮ່ວມມືລະຫ່ວາງອົງການສຶກສາ ນິວຊີແລນ ກັບ ພະແນກສຶກສາ ແລະ ກໍ່ສ້າງນະຄອນຮ່າໂນ້ຍ.

ຂໍ້ຕົກລົງຮ່ວມມືລະຫ່ວາງ ອົງການສຶກສາ ນິວຊີແລນ ແລະ ພະແນກສຶກສາ ແລະ ກໍ່ສ້າງ ຮ່າໂນ້ຍ ຈະເສີມຂະຫຍາຍຍົກລະດັບຄວາມສາມາດໃນຫຼາຍດ້ານ ຊຶ່ງລວມມີທັງໂຄງການກໍ່ສ້າງ ແລະ ບຳລຸງໃຫ້ນັກຮຽນນະຄອນຮ່າໂນ້ຍ, ໂຄງການໃຫ້ທຶນການສຶກສາຂອງບັນດາໂຮງຮຽນ ນິວຊີແລນ.

ຈຳນວນນັກຮຽນຂອງຫວຽດນາມຢູ່ນິວຊີແລນເພີ່ມຂຶ້ນ 30% ໃນໄລຍະ 2016-2018 ແລະ ປັດຈຸບັນນັກຮຽນຂອງຫວຽດນາມຢູ່ ນິວຊີແລນມີ 2.772 ຄົນ.

ໃນວັນດຽວກັນ ທ່ານລັດຖະມົນຕີ Robertson ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມບົດບັນທຶກຊ່ວຍຈຳລະຫ່ວາງ ອົງການອຸຕຸນິຍົມນິວຊີແລນ ແລະ ອຸຕຸນິຍົມຫວຽດນາມ

ການຮ່ວມມືໃນຄັ້ງນີ້ ຈະນຳເອົາເທັກໂນໂລຢີ Weatherscape XT ທີ່ທັນສະໄໝ ມາໃຫ້ສະຖານີໂທລະພາບທ້ອງຖິ່ນຂອງຫວຽດນາມ. ເພື່ອຕອບສະໜອງຂໍ້ມູນດ້ານອຸຕຸນິຍົມທີ່ຊັດເຈນ ແລະ ເຕືອນໄພທີ່ວ່ອງໄວທັນການ.

(ເຊັນສັນຍາຮ່ວມມື ຫວຽດນາມ – ນິວຊີແລນ)

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ